ປີ 2016 ປະຊາຊົນ​ຈີນ 14 ລ້ານ​ເທື່ອ​ຄົນ​ໄດ້ບໍລິຈາກ​ເລືອດ​​ເພື່ອ​ສັງຄົມ
2017-04-12 16:02:09  cri 
ຄະນະ​ກຳມະການ​ສາທາລະນະ​ສຸກ​ແລະ​ວາງ​ແຜນ​ຄອບຄົວ​ແຫ່ງ​ຊາດ​ຈີນ​ໄດ້​ລາຍ​ງານ​ສະ​ພາບ​​ຄວາມ​ປອດ​ໄພ​ຂອງ​ເລືອດ​ໃນທົ່ວ​ປະ​ເທດ​ວ່າ: ປີ 2016, ​ທົ່ວ​ປະ​ເທດມີປະຊາຊົນ 14 ລ້ານ​ເທື່ອ​ຄົນ​​ໄດ້ເຂົ້າ​ຮ່ວມ​ບໍລິຈາກ​ເລືອດ​​ເພື່ອສັງຄົມ​ເຊິ່ງ​ເພີ່ມ​ຂຶ້ນ 6,1% ​ເມື່ອ​ທຽບ​​ໃສ່​ປີ 2015 ​ແລະ​ເປັນ​ຈຳນວນ​ຫຼາຍ​ທີ່​ສຸດ.

​ໃນ​ຊຸມ​ປີຜ່ານມາ, ຄວາມ​ສາມາດ​ໃນ​ການ​ຮັບປະກັນສະ​ໜອງ​ເລືອດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ໃນທົ່ວ​ປະ​ເທດ​ໄດ້​ຕັ້ງ​ຈຸດ​ບໍລິຈາກ​​ເລືອດ​ຄົງ​ທີ່ 1.262 ຈຸດ ​​ເຊິ່ງເ​ພີ່​ມຂຶ້ນ 5% ​ເມື່ອ​ທຽບ​ໃສ່​ປີ 2015, ລົດ​ຮັບ​ການ​ບໍລິຈາກ​ເລືອດ 1.584 ຄັນ ​ເພີ່ມ​ຂຶ້ນ 1,3%  ​ແລະ ລົດນຳ​ສົ່ງ​ເລືອດ 1.484 ຄັນ ​ເພີ່ມ​ຂຶ້ນ 5,9%. ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ສາທາລະນະ​ສຸກ​ແລະ​ວາງ​ແຜນ​ຄອບຄົວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ລະບົບການ​ຮັບປະກັນ​ຮ່ວມ​ກັນ​​ໃນພາກ​ພື້ນ​ເຮັດ​ໃຫ້​ຄວາມ​​ແຕກ​ໂຕນ​ກັນ​ລະຫວ່າງ​ຄວາມ​ຕ້ອງການ​​ໃນການ​ສະໜອງ​ເລືອດຕາມລະດູ​ການ​ແລະຂອບ​ເຂດ​ໄດ້​ຫຼຸດລົງ​ຢ່າງ​ມີ​ປະສິດທິ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ