ນາຍົກ​​ເຢຍລະ​ມັນ​ແລະອົງການ​ຈັດ​ຕັ້ງ​ສາກົນ​ອອກ​ຖະ​ແຫຼ​ງການ​ຮ່ວມປົກ​ປ້ອງ​ການ​ຄ້າ​ເສລີ
2017-04-12 16:03:04  cri 
ຕອນ​ຄ່ຳ​ວັນ​ທີ 10 ​ເມສາ​ນີ້, ທ່ານ​ນາງ ອານ​ເຈີ​ລາ ​​ເມີ​ເຄວ ນາ​ຍົກ​ລັດຖະມົນຕີ​ເຢຍລະ​ມັນ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຫຼັງ​​ພົບ​ປະ​ກັບ​ຜູ້ນຳ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼື IMF , ອົງການ​ການ​ຄ້າ​ໂລກ​ຫຼື WTO​ແລະ​ອົງການ​ຈັດ​ຕັ້ງ​ການ​ທະນາຄານ​ແລະ​ເສດຖະກິດ​ສາກົນ​ອື່ນໆ ​ໂດຍ​ຮຽກຮ້ອງ​ໃຫ້ທົ່ວ​ໂລກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ​ການປົກ​ປ້ອງ​ການ​ຄ້​າ​ເສລີ.

ຖະ​ແຫຼ​ງການ​ຊີ້​ໃຫ້​ເຫັນ​ວ່າ: ຄວາມ​ໄວ​ຂອງ​ການ​ເຕີບ​ໂຕທາງ​ການ​ຄ້າ​ໂລກ​ເຮັດ​ໃຫ້​ຄົນ​ຜິດ​ຫວັງ ​ແລະ ຜົນ​ຮ້າຍ​ຈາກ​ລັດທິ​ປົກ​ປ້ອງ​ການ​ຄ້າ​ນັບ​ມື້​ນັບ​​ແຜ່​ລາມ​ນັ້ນ ​ພວກ​ເຮົາ​ຍິ່ງຈຳ​ເປັນ​ຕ້ອງ​ສະໜັບສະໜູນ​ລະບົບ​ການ​ຄ້າ​ສາກົນ​ໃຫ້​ດີ​ກວ່າ​ເກົ່າ. ການ​ຮ່ວມ​ມື​ແລະ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ​ການ​ຄ້າລະຫວ່າງອົງການ​ຈັດ​ຕັ້ງ​ສາ​ກົນ​ກໍ​ຄື​ປະ​ເທດ​ທີ່​ສຳຄັນ​ຢູ່​ໃນ​ໂລກ​ລ້ວນ​ແຕ່ມີ​ຄວາມ​ໝາຍ​ສຳຄັນທີ່ໃຫຍ່​ຫຼວງ.

ນອກ​ນີ້,ຖະ​ແຫຼ​ງການ​ຍັງ​ໄດ້​ສະ​ເໜີ​​ໃຫ້ສະ​ແຫວ​ງຫາ​ຈຸດ​ເຕີບ​ໂຕ​ໃໝ່​ຂອງ​ເສດຖະກິດ​ໂລກ, ຮ່ວມ​ກັນ​ຕ້ານປາກົດການອາຍ​ພິດ​ເຮືອນ​ແກ້ວຂອງດິນ​ຟ້າ​ອາກາດ​ໂລກ​, ການ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບ​ແລະ​ອື່ນໆຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ