ທະນາຄານ​ອຸດສາຫະກຳ​ການ​ຄ້າຈີນສາຂາ​ສິງກະ​ໂປ​ເລີ່​ມນຳ​ໃຊ້​ບັດສິນ​ເຊື່ອ​​ເງິນຕາ​ສອງ​ປະ​ເພດ​ໂກຍ​​ໃພ
2017-04-12 17:55:21  cri 
ວັນ​ທີ 10 ​ເມສາ​ນີ້, ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນ​ສາຂາ​ສິງກະ​ໂປ​ໄດ້​ປະກາດຈະ​ເລີ່​ມນຳ​ໃຊ້​ບັດ​ຢູນຽນ​ເພສິນ​ເຊື່ອ​ເງິນຕາຂອງ​ສອງ​ປະ​ເທດ​ໂກຍ​ໃພ ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດ​ເຊັ່ນ​ການ​ຄືນ​ເງິນສົດ​ແລະ​ການ​ຫຼຸດ​ລາຄາ​ໃນ​ການບໍລິ​ໂພ​ກໃຫ້​ແກ່​ຊາວ​​ໃຊ້​ເວັບ​​ໄຊ​ໂກຍ​ໃພທີ່​ໃຊ້​ບັດ​ດັ່ງກ່າວ​ຢູ່​ໃນ​ຂອບ​ເຂດ​ກຳນົດ​ກໍ​ຄື​ປະຊາຊົນ​ສິງກະ​ໂປ​ທີ່​ມັກຮັບ​ປະທານ​ອາຫານ​ຈີນ​ເປັນ​ຈຳນວນ​ຫຼາຍ ການ​ນຳ​ໃຊ້​ບັດ​ດັ່ງກ່າວ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ລະຫວ່າງທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນກັບ​ເວທີ​ການ​ບໍລິການ​ດ້ານ​ຊີວິ​ດການ​ເປັນ​ຢູ່​ຂະໜາດ​ໃຫຍ່​ຂອງ​ສິງກະ​ໂປ​ເປັນ​ຄັ້ງ​ທຳ​ອິດ.

ຂ່າວ​ແຈ້ງວ່າ: ນອກຈາກ​ລູກ​ຄ້າສາມາດ​ໄດ້​ຮັບຜົນ​ປະ​ໂຫຍ​ດ​ໃນການ​ໃຊ້​ບັດຢູ່​ຮ້ານຄ້າ​ຫຼາຍ​ກວ່າ 100 ແຫ່ງ​ທີ່​​ໄດ້​ຮ່ວມ​ມື​ກັບ​ເວັບ​ໄຊ​ໂກຍ​ໃພ. ນອກ​ນີ້, ລູກ​ຄ້າ​ທີ່​ນຳ​ໃຊ້​ບັດ​ສິນ​ເຊື່ອ​ດັ່ງກ່າວ​ບໍ່​ວ່າ​ຈະ​ຢູ່​ສະຖານ​ທີ່​ໃດ​ແລະ​ເວລາ​ໃດ​ກໍ​ສາມາດ​ໄດ້​ຮັບ​ເງິນສົດ​ສູງ​ເຖິງ 3% ຄືນ​ຈາກ​ການ​ບໍລິ​ໂພ​ກ​ໂດຍ​ແບ່ງ​ເປັນ​ແຕ່ລະ​ເດືອນ. ຂະນະ​ດຽວ​ກັນ​ກໍ​ສາມາດຊຳລະ​ສະ​ສາງ​​ເປັນ​ເງິນ​ໂດ​ລາ​ສິງກະ​ໂປ​ແລະ​ເງິນ​ຢວນ​ໄດ້​ຕື່ມ​ອີກ, ທັງ​ນີ້​ກໍ​ສາມາດອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ລູກ​ຄ້າ​ທີ່​ໄປ​ຈີນ ທັງ​ໃນ​ການແລກປ່ຽນ​ເງິນຕາ​, ຄ່າ​ໃຊ້​ຈ່າຍ​​ໃນ​ການ​ຄ້າ​ຂ້າມ​ຊາດ​ແລະ​ອື່ນໆຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ