ຈີນ-ຟີ​ລິບ​ປີນ​ບັນລຸ​ມູນ​ຄ່າ​ການ​ຄ້າ​ເຖິງ 3 ຕື້ 526 ລ້ານ​ໂດ​ລາ
2017-04-12 16:16:34  cri 
​​ເວັບ​​ໄຊ​ອົງການ​ສະຖິຕິ​ຟີ​ລິບ​ປີນ​ເປີດ​ເຜີຍວ່າ, ​ໃນ​ເດືອນ​ມັງກອນ​ແລະ​ເດືອນ​ກຸມພາ​ປີ​ນີ້, ຍອດ​ມູນ​ຄ່າ​ນຳເຂົ້າສົ່ງ​ອອກສິນຄ້າ​ຂອງ​ຟີ​ລິບ​ປີນບັນລຸ​ເຖິງ 24 ຕື້ 144 ລ້ານ​ໂດ​ລາ​ສະຫະລັດ, ​ທຽບ​ໃສ່​​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ​ເພີ່ມ​ຂຶ້ນ 16,4%, ສຳລັບມູນ​ຄ່າ​ການ​ຄ້າ​ກັບ​ຈີນ​ກໍ​ບັນລຸ​ເຖິງ 3 ຕື້ 526 ລ້ານ​ໂດ​ລາ​ສະຫະ​ລັດ, ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ​ເພີ່ມ​ຂຶ້ນ 21,9%, ຈາກ​ນີ້​ຈີນຈຶ່ງ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​​ໜຶ່ງ​, ທັງ​ເປັນ​ຕະຫຼາດ​ນຳ​ເຂົ້າ​ສິນຄ້າ​ໃຫຍ່​ທີ່​ສຸດ​ແລະ​ປະ​ເທດສົ່ງ​ອອກ​ສິນຄ້າ​ໃຫຍ່​ອັນ​ດັບ 4 ຂອງ​ຟີ​ລິບ​ປີນ.

​​ໃນ​ໄລຍະ 2 ​ເດືອນ​ຕົ້ນ​ປີ​ນີ້, ຟີ​ລິບ​ປີນ​ໄດ້​ນຳ​ເຂົ້າ​ສິນຄ້າ​ຈາກ​ຈີນມູນ​ຄ່າ 2 ຕື້ 533 ລ້ານ​ໂດ​ລາ, ກວມ​ 17,9% ຂອງ​ການ​ນຳ​ເຂົ້າ​ທັງ​ໝົດ​ເຊິ່ງທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່າ​ນມາ​​ເພີ່ມຂຶ້ນ 20,9%, ​ແລະ​ສົ່ງ​ອອກ​ສິນຄ້າ​​ໄປ​ຈີນ​ໃນ​ມູນ​ຄ່າ 993 ລ້ານ​ໂດ​ລາ, ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງປີຜ່ານມາ​ເພີ່ມ​ຂຶ້ນ 24,3%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ