ພູ​ເຈື່ອນຢູ່​ອິນ​ໂດ​ເນ​ເຊຍ​​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ
2017-04-12 16:22:25  cri 
ອົງການ​ປ້ອງ​ກັນ​ໄພ​ອິນ​ໂດ​ເນ​ເຊຍ​ຢືນຢັນ​ໃນ​ວັນ​ທີ 11 ​ເມສາ​ນີ້​ວ່າ, ພູ​ເຈື່ອນ​​ຢູ່​ເມືອງ​ໂບ​ໂນ​ໂຣ​ໂກ​ແຂວງ​ຈາ​ວາຕາ​ເວັນ​ອອກໃນ​ວັນ​ທີ 1 ​ເມສາ​ນີ້​ສົ່ງ​ຜົນ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ​ແລະ 24 ຄົນ​ຫາຍ​ສາບ​ສູນ, ຂະນະ​ທີ່​ການ​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ​ກໍໄດ້​ສິ້ນ​ສຸດ​​ແລ້ວ​ໃນ​ວັນ​ທີ 11 ​ເມສານີ້.

ທ່ານ​ຊຸ​ໂຕ​ໂປ, ​ໂຄສົກ​ອົງການ​ປ້ອງ​ກັນໄພອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ພວມ​ຈັດ​ສັນປະຊາຊົນກວ່າ 300 ຄົນ​ທີ່​ອົບ​ພະຍົບ​ອອກ​ຈາກ​ເຂດ​ເກີດ​ພູ​ເຈື່ອນ​​ໃຫ້​ມີ​ຄວາມ​ປອດ​ໄພ​ແລະ​ມີ​ຄວາມ​ສະດວກ​ໃນ​ການ​ດຳລົງ​ຊີວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ