ຊາວ​ເມືອງ​ຊີ​ກາ​ໂກ​ປະ​ທ້ວງສາຍ​ການບິນ​ອາ​ເມ​ລິ​ກາ​ຫຼັງ​ເກີດ​ເຫດ​ລາກ​ຜູ້​ໂດຍສານ​ຢູ່​ເຮືອບິນ
2017-04-13 10:51:51  cri 
ຊາວ​ເມືອງ​ຊີ​ກາ​ໂກ​ອາ​ເມ​ລິ​ກາ​ຈຳນວນ​ໜຶ່ງ​ໄດ້​ລວມ​ກັນ​ຢູ່​ຫ້ອງ​ໂຖງ​ໃຫຍ່​ອາຄານ​ໂດຍສານ​ເລກ 1ຂອງ​ສະໜາມ​ບິນ​ສາກົນ​ໂອ​​ແຮ​ເມືອງ​ດັ່ງກ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 11 ​ເມສາ​ນີ້​ເພື່ອ​ປະ​ທ້ວງ​ການ​ກະທຳທີ່​ຊົ່ວ​ຊ້າ​ຂອງບໍລິສັດ​ການບິນ​ສະຫະລັດ​ອາ​ເມ​ລິ​ກາ​ຫຼືUnited AirLines ທີ່​ບັງ​ຄັບ​​ແລະລາກ​ຜູ້​ໂດຍສານ​​ເຊື້ອສາຍ​ອາຊີ​ຜູ້​ໜຶ່ງ​ລົງຈາກ​ເຮືອບິນ.

​ຫຼັງ​ຜະ​ເຊີນກັບ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ແລະ​ລາຄາ​ຫຸ້ນຂອງ​ບໍລິສັດ​ການບິນ​ສະຫະລັດ​ອາ​ເມ​ລິ​ກາ​ຕົກ​ຕ່ຳລົງ​ຢ່າງ​ຫຼວງ​ຫຼາຍ, ທ່ານ​ໂອ​ສະກາ​ມູນິ​ໂອສ ຜູ້​ບໍລິຫານ​ທຸລະ​ກິດ​ສູງ​ສຸດຫຼືCEOບໍລິສັດ​ດັ່ງກ່າວ​ໄດ້​ອອກມາຖະ​ແຫຼ​ງ​ອີກ​ຄັ້ງ​ໃໝ່​ໃນ​ວັນ​ທີ 11 ​ເມສາ​ນີ້​ໂດຍກ່າວຂໍ​ໂທດ​ ​ຜູ້​ໂດຍສານ​ທີ່​ຖືກ​ເຄາະ​ຮ້າຍ ທັງ​ອ້າງ​ວ່າ ບໍ່ຄວນ​ມີ​ໃຜຈະ​ໄດ້​ຮັບ​ຄວາມທໍລະມານ​ຄື​ແນວ​ນີ້. ​ແນວ​ໃດ​ກໍ​ດີ,ກໍ​ຢືນຢັນ​ວ່າ ບໍລິສັດ​ຕົນ​ຈະ​ຮັບຜິດຊອບ​ຕໍ່​ເຫດການ​ນີ້​​ທັງ​ໝົດໂດຍ​ຈະ​ສືບສວນ​​ ​ຢ່າງ​ລະອຽດ​ທັງ​ຈະ​ແຈ້ງ​ຜົນ​ການ​ສືບສວນ​ກ່ອນ​ວັນ​ທີ 30 ​ເດືອນ​ນີ້.

ສື່​ມວນ​ຊົນພາກ​ພາສາ​ຈີນ​ເມືອງ​ຊີ​ກາ​ໂກ​ລາຍ​ງານ​ວ່າ: ຜູ້​ຖືກ​ເຄາະ​ຮ້າຍ​ຊື່ວ່າ ດາ​ວິດ​ດາວ ​ເປັນ​ຄົນ​ຫວຽດນາມ​ເຊື້ອສາຍ​ຈີນ ​ໂດຍປີ​ນີ້​ອາຍຸ 69 ປີ, ທ່ານ​ແລະ​ພັນ​ລະ​ຍາ​ໄດ້​ຍ້າຍ​ຖິ່ນ​ຖານ​ມາ​ຢູ່ອາ​ເມ​ລິ​ກາ​ຫຼັງ​ຮຽນ​ຈົບ​ຈາກ​ມະຫາວິທະຍາ​ໄລ​ແພດສາດ​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ