ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ຈີນ​ມີວິ​ສາ​ຫະກິດ​​ເພີ່ມ​ຂຶ້ນໃໝ່​ອ່າວ​ໄວ
2017-04-13 11:01:28  cri 
​ໃນການ​ຖະ​ແຫຼ​ງ​ຂ່າວ​ໃນ​ວັນ​ທີ 12 ​ເມສາ​ນີ້, ​ເຈົ້າ​ໜ້າ​ທີ່ກົມ​ອຸດສາຫະກຳ​ການ​ຄ້າ​ແຫ່ງ​ຊາດ​ຈີນ​ໄດ້​​ແຈ້ງສະພາບ​ແວດ​ລ້ອມ​ຂອງ​ຕະຫຼາດ​ສຳລັບ​ໄຕ​ມາດ​ທຳ​ອິດ​ໃນ​ປີ​ນີ້ ຕະຫຼາດ​ພາຍ​ໃນ​ປະ​ເທດ​ໄດ້​ຮັກສາ​ທ່າ​ອ່ຽງ​ແຫ່ງການ​ເຕີບ​ໂຕ​ ​ອ່າວ​ໄວ, ການ​ລົງທຶນ​ສ້າງ​ທຸລະ​ກິດ​ໃນ​ສັງຄົມ​ໄດ້​​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ.

ທ່ານ ຢູຝາ​ຊ່າງ ​ໂຄສົກ​​ກົມ​ອຸດສາ​ຫະກຳ​ການ​ຄ້າ​ແຫ່ງ​ຊາດ​ຈີນກ່າວ​ວ່າ: ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ​ແຕ່​ລະ​ມື້​ມີວິ​ສາ​ຫະກິດ​ເຂົ້າ​ມາ​ຈົດ​ທະບຽນ​ໃໝ່​​ໃນ​ທົ່ວ​ປະ​ເທດ​ເຖິງ 1 ໝື່ນ 4.000 ​ແຫ່ງ ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ໃສ່​ປີຜ່ານ​ມາ. ນອກ​ນີ້, ວິ​ສາ​ຫະກິດ​ທຶນຕ່າງປະ​ເທດ​ທີ່​ຈົດ​ທະບຽນ​ໃໝ່​ກໍ​ໄດ້​ເພີ່ມ​ຂຶ້ນ​​ໃນ​ຈັງຫວະໝັ້ນ​ທ່ຽງ ​ໂດຍ​ມີ​ເຖິງ 1 ໝື່ນ 1.500 ​ແຫ່ງ ເພີ່ມ​ຂຶ້ນ 15,4% ​ເມື່ອ​ທຽບ​ໃສ່​ປີ 2016 ​ແລະ​ມີທຶນ​ຈົດ​ທະບຽນ​ເຖິງ 85 ຕື້ 600 ລ້ານ​ໂດ​ລາ​ສະຫະລັດ ເພີ່​ມຂຶ້ນ 25% ​ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ. ທ່ານ​ ຢູຝາ​ຊ່າງ ກ່າວ​ຕື່ມ​ວ່າ: ວິ​ສາ​ຫະກິດ​​ເຂດ​ບໍລິຫານ​ພິ​ເສດ​ຮົງກົງ,ມາ​ກາວ​ແລະ​ໄຕ້​ຫວັນ​ແມ່ນ​ກຳລັງ​ທີ່​ສຳຄັນ​ໃນ​ການ​ເພີ່ມ​ຂຶ້ນ​ໃໝ່​ຂອງວິ​ສາ​ຫະກິດ​ທຶນ​ພາຍ​ນອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ