ປາກີ​ສະຖານ​ຈະ​​ເປັນປະ​ເທດ​ທຳ​ອິດ​ໃນ​ອາຊີ​ໃຕ້​ທີ່​ທົດ​ລອງ​ລະບົບ 5G
2017-04-13 16:56:32  cri 
ຕາມ​ຂ່າວ CRI: ທ່ານ​ອັນ​ນຸຊາຣາມັນ ລັດຖະມົນຕີ​ກະຊວງ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ປາ​ກີ​ສະຖານ​ກ່າວ​ວ່າ, ​ຫຼາຍ​ປີ​ຜ່ານ​ມາ, ຂະ​ແໜງ​ການ​ສື່ສານ​ໂທລະ​ຄົມ​ຂອງ​ປະ​ເທດ​ຕົນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ​ໂດຍ​ເຫັນ​ໄດ້​ຈາກອັດຕາ​ປົກ​ຫຸ້ມ​ອິນ​ເຕີ​ເນັດ​ຄວາມ​ຖີ່​ສູງ​ເພີ່ມຈາກ 3% ​ໃນ​ສອງ​ປີຜ່ານມາ​​ຂຶ້ນ​ເປັນ 27%, ​ແລະຄາດ​ວ່າ​ຈະ​ເຮັດ​ໃຫ້​ແຕ່​ລະ​ບ້ານ​​ໄດ້​ຊົມໃຊ້​​ໂທລະສັບ​ມື​ຖື​ກ່ອນ​ປີ 2030. ທ່ານຣາມັນ​ກ່າວ​ຕື່ມ​ວ່າ, ຕະຫຼາດ​ສື່ສານ​ໂທລະ​ຄົມ​ຂອງ​ປະ​ເທດ​ຕົນ​ມີຍອດ​ມູນ​ຄ່າ 3 ຕື້​ໂດ​ລາ, ​ແລະ​ຈາກ​ນີ້ລັດຖະບານ​ຄວນ​ເພີ່ມ​ຄວາມ​ແຮງ​ຊຸກຍູ້​ຕະຫຼາ​ດ, ຂຸດ​ຄົ້ນ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດທະນາ​ຕະຫຼາດ. ຂະນະ​ທີ່​ຕໍ່ໜ້າຈະ​ດຳ​ເນີນການ​ທົດ​ລອງ​ນຳ​ໃຊ້ລະບົບ 5G, ​ແລະຖ້າ​ສຳ​ເລັດ​ກໍ​ຈະ​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ອາຊີ​ໃຕ້​ທີ່​ທົດ​ລອງ​ລະບົບດັ່ງກ່າວ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ