ຈີນ​ສົ່ງ​ດາວ​ທຽມ "ຊື​ຈ້ຽນ 13" ບໍ​ລິ​ການອິນ​ເຕີ​ເນັດ​​ຄວາມ​ຖີ່​ສູງ​ໃຫ້​ເຮືອ​ບິນ​ແລະ​ລົດ​ໄຟ​ຄວາມ​ໄວ​ສູງ
2017-04-13 16:19:58  cri 
    ດາວ​ທຽມ "ຊື​ຈ້ຽນ 13" ​ເປັນ​ດາວ​ທຽມ​ໂທ​ລະ​ຄົມ​ທີ່​ມີ​ຂະ​ໜາດ​ບັນ​ຈຸ​ໂທ​ລະ​ຄົມ​ສູງ​ໜ່ວຍ​ທຳ​ອິດ​ຂອງ​ຈີນ ໄດ້​ຂຶ້ນ​ສູ່​ທ້ອງ​ຟ້າດ້ວຍ​ຜົນສຳ​ເລັດຫຼັງ​ຖືກ​ສົ່ງ​​ຢູ່​ສູນ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ​ໃນ​ເວ​ລາ 19 ໂມງ 4 ນາ​ທີ​ຂອງວັນ​ທີ 12 ເມ​ສານີ້ ໂດຍ​ຂະ​ໜາດ​ບັນ​ຈຸ​ໂທ​ລະ​ຄົມ​ຂອງ​ດາວ​ທຽມ​ໜ່ວຍນີ້ ​ມີຫຼາຍກວ່າ​​ຂະ​ໜາດບັນ​ຈຸ​ໂທ​ລະ​ຄົມ​ລວມ​ຂອງ​ດາວ​ທຽມ​ໂທ​ລະ​ຄົມ​ທັງ​ໝົດ​ທີ່​ຈີນ​ຄົ້ນ​ຄວ້າ​​ຜ່ານ​ມາ ແລະເນື່ອງ​ຈາກ​ບໍ່​ຖືກ​ຈຳ​ກັດ​​ເລື່ອງ​ເງື່ອນ​ໄຂ​ຢູ່​ໜ້າ​ດິນ​ນັ້ນ, ດາວ​ທຽມ​ໜ່ວຍນີ້​ຈຶ່ງ​ໄດ້​ຮັບ​ການ​ຂະ​ໜານນາມ​​ວ່າ "ຊຸບ​ເປີຣູ​ເຕີ​ກາງ​ຫາວ" ໂດຍ​ສາ​ມາດ​ບໍ​ລິ​ການ​ອິນ​ເຕີ​ເນັດຄວາມ​ຖີ່​ສູງທີ່​ມີ​ຄຸນ​ນະ​ພາບ​ດີ​​ໃຫ້ແກ່​ເຂດ​ຫ່າງ​ໄກ​ສອກຫຼີກ​ ພ້ອ​ມ​ດ້ວຍ​ເຮືອ​ບິນ, ລົດ​ໄຟ​ຄວາມ​ໄວ​ສູງ, ລົດ​ຍົນ ແລະ​ກຳ​ປັ່ນ​ທີ່​ກຳ​ລັງ​ແລ່ນ.

    ປັດ​ຈຸ​ບັນ, ຈີນ​ມີ​ດາວ​ທຽມ​ໂທ​ລະ​ຄົມນຳ​ໃຊ້​ທາງ​ພົນ​ລະ​ເຮືອນຢູ່​ວົງ​ໂຄ​ຈອນນັ້ນ 16 ໜ່ວຍ ແລະ​ມີ​ເຄື່ອງ​ສົ່ງ​ຕໍ່ 273 ເຄື່ອງ ເຊິ່ງ​​ປະ​ກອບ​ເປັນ​ເຄືອ​ຂ່າຍ​ດາວ​ທຽມ​ໂທ​ລະ​ຄົມ​ທີ່​ເຊື່ອມ​ຕໍ່​ອາ​ຊີ​ໃຕ້, ທະ​ວີບ​ອາ​ຟ​ຣິ​ກາ, ເອີ​ຣົບ ແລະ​ທະ​ວີບ​ອາ​ເມ​ລິ​ກາ ໂດຍໄດ້​ກາຍ​ເປັນ​ຂີດ​ຄວາມ​ສາ​ມາດ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ຜ່ານ​ດາວ​ທຽມ​ແບບ​ທົ່ວ​ໂລກ​ໃນ​ຂັ້ນ​ພື້ນ​ຖານ. ຂະ​ນະ​ດຽວ​ກັນ, ທຸ​ລະ​ການໂທ​ລະ​ຄົມ​ຜ່ານ​ດາວ​ທຽມ​ຂອງ​ຈີນ ໄດ້​ຂະ​ຫຍາຍ​ກວມ​ເອົາ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ ເຊິ່ງ​ມີ​ອິດ​ທິ​ພົນ​ໃນ​ຕະຫຼາດ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ