ຄົນ​ໄທເປັນ​ພັນ​ຄ້າງ​ຢູ່​ສະ​ໜາມ​ບິນ​ສຸ​ວັນ​ນະ​ພູມ
2017-04-13 16:22:20  cri 
    ຕາມ​ຂ່າວ​ສານ​ຈີນ: ຕອນ​ຄ່ຳ​ວັນ​ທີ 11 ເມ​ສານີ້, ​ນັກ​ທ່ອງ​ທ່ຽວ​​ໄທ​ໜຶ່ງ​ພັນ​ກວ່າ​ຄົນທີ່​ຖືກຫຼອກ​ໄປ​ທ່ຽວ​ຍີ່​ປຸ່ນ ໄດ​ຕິດ​ຄ້າງ​ຢູ່​ສະ​ໜາມ​ບິນ​​ສະ​ວັນ​ນະ​ພູມ​ນະ​ຄອນຫຼວງບາງກອກ ແລະ​ມາ​ຮອດ​ຕອນ​ເຊົ້າ 8 ໂມງ​ຂອງ​ວັນ​ທີ 12 ເມ​ສານີ້ ​ມີ 470 ກວ່າ​ຄົນ​ກ່າວ​ຟ້ອງ​ຕໍ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ແລ້ວ.

    ສື່​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ນັກ​ທ່​ອງ​ທ່ຽວ​ທີ່​ຄ້າງ​ຢູ່​ສະ​ໜາມ​ບິນ​ເຫຼົ່າ​ນີ້ ລ້ວນ​ແຕ່​ແມ່ນ​ສະ​ມາ​ຊິກ​ຂອງ​ບໍ​ລິ​ສັດ​ຈຳ​ໜ່າຍ​ອາ​ຫານ​ບຳ​ລຸງ​ໂດຍ​ກົງ​ແຫ່ງ​ໜຶ່ງ ໂດຍກ່ອນ​ໜ້ານີ້, ບໍ​ລິ​ສັດ​ໄດ້​ຮັບ​ປະ​ກັນ​ຕໍ່​ພວກ​ເຂົາ​ວ່າ ຈະສາ​ມາດ​ໄປທ່ອງ​ທ່ຽວໂອ​ຊາ​ກາ​ປະ​ເທດ​ຍີ່​ປຸ່ນ​ແຕ່​ວັນ​ທີ 11-16 ເມ​ສານີ້ ຫຼັງ​ຈ່າຍ​ຄ່າ​ສະ​ມາ​ຊິກ 1 ໝື່ນ​ບາດ ຫຼື​ຊື້​ສິນ​ຄ້າ​ຈຳ​ນວນ​ໃດ​ໜຶ່ງ. ແຕ່​ກ່ອນ​ອອກ​ເດີນ​ທາງ ຊ້ຳ​ພັດ​ເຫັນ​ວ່າ​ຖືກຫຼອກ ແລະ​ບໍ່​ມີ​ຄົນ​ນຳ​ທ່ຽວ. ​ແລະ​ເນື່ອງ​ຈາກ​ຜູ້​ຖືກຫຼອກ​ມີ​ຈຳ​ນວນຫຼາຍ, ພາກ​ສ່ວນ​ທ່ອງ​ທ່ຽວ​​ໄທ​ຈຶ່ງ​ໄດ້​ສືບ​ສວນ​ສອບ​ສວນ​ແລະ​ຫາ​ວິ​ທີແກ້​ໄຂ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ