ມື້​ທຳ​ອິດ​ບຸນ​ປີ​ໃໝ່​ໄທ 15 ຄົນ​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ເຫດ​ທາງ​ຖະ​ໜົນ
2017-04-13 16:26:13  cri 
    ຕ​າມ​ຂ່າວ​ສານ​ຈີນ: ກົມ​ທາງ​ດ່ວນ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ໄທ​ປະ​ກາດ​ໃນ​ວັນ​ທີ 12 ເມ​ສານີ້​ວ່າ, ໃນ​ມື້​ທຳ​ອິດ​ຂອງ​ບຸນ​ປີ​ໃໝ່​ຄື​ວັນ​ທີ 11 ເມ​ສາ​ຜ່ານ​ມາ, ມີ 15 ຄົນ​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ເຫດ​​ທາງ​ຖະ​ໜົນ ແລະ 104 ຄົນ​ບາດ​ເຈັບ.
ໄລ​ຍະ​ມື້​ຂຶ້ນ​ປີ​ໃໝ່​ສາ​ກົນ​ແລະບຸນ​ຫົດ​ນ້ຳ​ຂອງ​ໄທ​ແມ່ນ​ໄລ​ຍະ​ທີ່​ເກີດ​ອຸ​ບັດ​ເຫດທາງ​ຖະ​ໜົນຫຼາຍ, ເຊິ່ງ​ໃນ​ໄລ​ຍະ​ພັກ​ສອງ​ບຸນ​ດັ່ງ​ກ່າວ ​ກໍ​ໄດ້​ກຳ​ນົດ "7 ມື້​ອັນ​ຕະ​ລາຍ" ແລະ​ອຸ​ບັດ​ເຫດ​ສ່ວນ​ໃຫຍ່​ເກີດ​ຈາກ​ການ​ເມົາ​ແລ້ວຂັບ​ລົດ, ຂັບ​ລົດ​​ໄວ​ກາຍ​ຂີດຈຳ​ກັດ​ແລະ​ຂັບ​ລົດ​ໃນ​ເວ​ລາ​ອິດ​ເມື່ອຍ.

    ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພຂອງ​ການ​ສັນ​ຈອນ​ຕາມ​ທ້ອງ​ຖະ​ໜົນ​ໃນ​ໄລ​ຍະ​ບຸນ​​ປີ​ໃໝ່, ລັ​ດ​ຖະ​ບານ​ໄທ​ໄດ້​ໃຊ້​ມາດ​ຕະ​ການຫຼາຍ​ປະ​ການ ລວມ​ທັງ​ສົ່ງ​ທະ​ຫານ​ແລະ​ຕຳຫຼວດ​ໄປປະ​ຈຳ​ຢູ່​ເສັ້ນ​ທາງ​ສາຍ​ສຳ​ຄັນ ທັງຮຽກ​ຮ້ອງ​ໃຫ້​​ຕິດ​ຕັ້ງ​ເຄື່ອງ GPS ​ຢູ່ລົດ​ຕູ້​ໂດຍ​ສານ, ​ທຸກບ່ອນ​ນັ່ງ​ຕ້ອງ​ມີ​ສາຍແອວ​ນິ​ລະ​ໄພ, ຫ້າມ​ຂັບ​ລົດ​ໃນ​ເວ​ລາ​ອິດ​ເມື່ອຍ, ຫຼັງ​​ດື່ມເຫຼົ້າ ແລະ​ຫ້າມ​ຂັບ​ລົດ​ໄວກາຍ​ຂີດ​ຈຳ​ກັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ