ຮອງ​ນາຍົກ​ລັດຖະມົນຕີ​ຈີນ​ເຂົ້າ​ຢ້ຽມ​ຄຳນັບ​ປະທານາທິບໍດີຣັດ​ເຊຍ
2017-04-14 10:13:58  cri 
ວັນ​ທີ 13 ​ເມສາ​ນີ້​ຢູ່​ນະຄອນຫຼວງມົສກູ, ທ່ານ​ວຣາດີ​ເມຍ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ຈ່າງ​ກ່າວ​ລີ້ ຮອງ​ນາຍົກລັດຖະມົນຕີຈີນ​ໃນ​ໂອກາດຢ້ຽມຢາມປະ​ເທດ​ດັ່ງກ່າວຕາມ​ຄຳ​ເຊີນ.

​ໂອກາດ​ດັ່ງກ່າວ, ທ່ານ​ຈ່າງ​ກ່າວ​ລີ້​ຢືນຢັນ​ວ່າ ຈີນ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມສຸດ​ຍອດ​​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຢູ່​ນະຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 14-15 ​ພຶດສະພາ​ໜ້ານີ້ ​ແລະ​ຈີນ​ຖືຣັດ​ເຊຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ທີ່ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ຈາກ​ນີ້, ຈີນ​ຈະ​ກຳນົດຢ່າງ​ລະອຽດ​ຮອບ​ຄອບ​ເພື່ອ​ຕ້ອນຮັບ​ທ່ານ​ປະທານາທິບໍດີ​ປູ​ຕິນ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້. ນອກ​ນີ້, ຈີນກໍ​ໃຫ້​ຄວາມ​ສຳຄັນ​ສູງ​ທັງ​ສະໜັບສະໜູນ​ຂໍ້​ລິ​ເລີ່​ມ "ສາຍ​ພົວພັນ​ຄູ່​ຮ່ວມ​ມື​ເອີຣົບ-ອາຊີ" ທີ່​ສະ​ເໜີ​ໂດຍຣັດ​ເຊຍ, ​ແນ​ວ​ໃດ​ກໍ​ດີ, ຂະ​ແໜງ​ການ​ກ່ຽວຂ້ອງ​ຂອງ​ສອງ​ຝ່າຍ​ຈະ​ໄດ້​ສຶກສາ​ຄົ້ນຄວ້າ​ມາດ​ຕະການ​ຕົວ​ຈິງ​ຕື່ມ​ອີກ.

ທ່ານ​ປູ​ຕິນ​ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະໜິດສະໜົມ​ແລະ​ພອນ​ໄຊ​ອັນ​ປະ​ເສີດ​ ​ເຖິງ​ທ່ານ​ປະທາ​ນສີ​ຈິ້ນ​ຜິ​ງຜ່ານ​ທ່ານ​ຈ່າງ​ກ່າວ​ລີ້ ທັງ​ຢືນຢັນ​ວ່າ ດີ​ໃຈ​ຫຼາຍ​ທີ່​ຈະ​ເດີ​ນທາງ​​ໄປ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສີ​ຈິ້ນຜິ​ງ. ຂະນະ​ດຽວ​ກັນ,ຣັດ​ເຊຍ​ກໍຍິນ​ດີ​ຕ້ອນຮັບນັກລົງທຶນຈີນ​​ເພື່ອປະກອບສ່ວນ​ພັດທະນາ​ເສດຖະກິດສັງຄົມ​ໃນ​ປະ​ເທດ​ຕົນ.​ແນວ​ໃດ​ກໍ​ດີ, ບົນ​ພື້ນຖານ​ການ​ຮ່ວມ​ມື​ໃນ​ປັດຈຸບັນ, ຍັງ​ຕ້ອງ​ໄດ້​ບຸກ​ເບີກ​ຂົງ​ເຂດ​ການ​ຮ່ວມ​ມື​ໃໝ່​ຕື່ມ​ອີກ​ເພື່ອ​ເພີ່ມ​ພະລັງ​ແຮງ​ອັນ​​ໃໝ່​​ເສີມຂະຫຍາຍ​ສາຍ​ພົວພັນ​ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ​ຣັດ​ເຊຍ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ