ການ​ເສັງ​ຄວາມ​ຮູ້​ຮອບ​ໂລກ "​ຂ້ອຍ​ຮູ້​ເສັ້ນທາງ​ສາຍ​ໄໝ-ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-04-14 10:45:16  cri 
ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ​ແຕ່​ວັນ​ທີ 14-15 ພຶດສະພາ 2017ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRIຈະ​ຈັດ​ກິດຈະກຳ​ເສັງຄວາມ​ຮູ້​​ໃນ​ຫົວ​ຂໍ້ "​ຂ້ອຍ​ຮູ້​ເສັ້ນທາງ​ສາຍ​ໄໝ-ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໂດຍ​ເປັ​ການ​ເປີດ​ກວ້າງ​ຕໍ່ເພື່ອນ​ມິດCRIທົ່ວ​ໂລກ​ລະຫວ່າງ​ວັນ​ທີ 15 ​ເມສາ​ຫາ​ວັນ​ທີ 5 ພຶດສະພາ​ 2017​ ເຊິ່ງຜູ້​ໂຊກ​ດີ​ຈະ​ໄດ້​ຮັບ​ລາງວັນ​ທີ່​ມີ​ເອກະລັກ​ສະ​ເພາະຂອງ​ຈີນ.

ວັນ​ທີ 5 ພຶດສະພາ​ເປັນ​ມື້​ສຸດ​ທ້າຍ​ຂອງ​ກິດຈະກຳ​ນີ້ ​ແລະ​ວັນ​ທີ 10 ​ເດືອນ​ດຽວ​ກັນຈະ​ປະກາດ​ລາຍ​ຊື່​ຜູ້​ໂຊກ​ດີ​ພ້ອມ​ລາງວັນ​ໃນ​ສື່​ຕ່າງໆ.

ຄຳ​ຖາມ:
1:ຄຳ​ວ່າ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ຫຍໍ້​ມາ​ຈາກ​ສອງ​ຂໍ້​ໃດ​?
A​. ​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​​ໄໝ.
B. ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21
C. ​ເສັ້ນທາງ​ສາຍ​ໄໝ​ໃໝ່

2: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ສະ​ເໜີ​​ໃນ​ໂອກາດໃດ?
A.ວັນ​ທີ 7 ກັນຍາ 2013, ທ່ານປະທານ​ສີ​ຂິ້ນຜິ​ງສະ​ເໜີ​ຂໍ້​ລິ​ເລີ່​ມ "​ແລວ​ທາງ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ"​ເປັນ​ເທື່ອ​ທຳ​ອິດ​ໃນ​ໂອກາດປາຖະກະຖາ​ຢູ່​ມະຫາວິທະຍາ​ໄລນາ​ຈາ​ບາ​ເຢັຟ ປະ​ເທດ​ກາ​ຊັກ​ສະຖານ.
B.ວັນ​ທີ 3 ຕຸລາ 2013, ທ່ານ​ປະທານສີ​ຈິ້ນຜິ​ງສະ​ເໜີ​ຢ່າງ​ຈະ​ແຈ້ງວ່າ​ຮ່ວມ​ກັນ​ສ້າງ "​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21"​​ໃນໂອກາດ​ປາຖະກະຖາຢູ່​ລັດຖະສະພາ​ອິນ​ໂດ​ເນ​ເຊຍ.

3: ​ເປົ້າ​ໝາຍ​ສຳຄັນຂອງການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ມີດ້ານ​ໃດ​ແດ່?
A.ການ​ປະສານ​ງານ​ທາງ​ນະ​ໂຍບາຍ
B.ການ​ເຊື່ອມ​ຈອດ​ທາງ​ພື້ນຖານ​ໂຄງ​ລ່າງ
C.ການ​ຄ້າ​ທີ່​ສະດວກ
D.ການ​ເຊື່ອມ​ໂຍງ​ທາງ​ເງິນ​ທຶນ
E.ການ​ເຊື່ອມ​ສຳພັນ​ໄມຕີລະຫວ່າງ​ປະຊາຊົນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ