ກອງທັບ​ອາ​ເມ​ລິ​ກາ​ຖິ້ມ "​ມານ​ດາຂອງ​ລະ​ເບີດທັງ​ມວນ​" ຢູ່​ອັຟກາ​ນິສະຖານ​ຄັ້ງ​ທຳ​ອິດ
2017-04-14 16:59:08  cri 
ວັນ​ທີ 13 ​ເມສາ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ວ່າ: ຕອນ​ຄ່ຳ​ວັນ​ທີ 13 ​ເມສາ​ນີ້​ຕາມ​​ເວລາ​ທ້ອງ​ຖິ່ນ, ກອງທັບ​ປະ​ເທດ​ຕົນໄດ້​ຖິ້ມ​ລະ​ເບີດ​ GBU-43 ຫຼື"​ມານ​ດາຂອງ​ລະ​ເບີດທັງ​ມວນ​"​ໃສ່​ຖານ​ໃຕ້​ດິນ​ຂອງກຸ່ມ​ປະກອບ​ອາວຸດ IS ຢູ່​ເຂດ​ອາ​ຊິນ​ແຂວງ​ນານ​ກາ​ຮາປະ​ເທດ​ອັຟກາ​ນິສະຖານ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ກອງທັບ​ອາ​ເມ​ລິ​ກາ​ໃຊ້​ລະ​ເບີດ​ແບບ​ນີ້​ໃນ​ການ​ສູ້​ຮົບ.

ຖະ​ແຫຼ​ງການ​ຊີ້​ໃຫ້​ເຫັນ​ວ່າ: ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ນີ້​ກໍ​ເພື່ອ​ດັບ​ສູນ​ແລະ​ທຳລາຍຖານ​ທີ່​ໝັ້ນແລະ​ຜູ້​ປະກອບ​ອາວຸດ IS ​ເພື່ອຫຼຸດຜ່ອນ​ໄພ​ຂົ່ມຂູ່​ຈາກການ​ເຄື່ອນ​ໄຫວ​ທາງການ​ທະຫານ​ຕໍ່​ກອງທັບ​ອັຟກາ​ນິສະຖານ​ແລະ​ອາ​ເມ​ລິ​ກາ.

​"​ມານ​ດາຂອງ​ລະ​ເບີດທັງ​ມວນ​"ດັ່ງກ່າວມີ​ນ້ຳ​ໜັກ​ປະມານ 9,5 ​ໂຕນ, ​​ບໍ່​ແມ່ນ​ອາວຸດນິວ​ເຄລຍທີ່ຮ້າຍ​ແຮງ​ທີ່​ສຸດ​ທີ່​ກອງທັບ​ອາ​ເມ​ລິ​ກາ​ນຳໃຊ້​ໃນ​ການ​ສູ້​ຮົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ