ທະນາຄານ​ໂລກ​ຄາດ​ປີ​ນີ້​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 6,3%
2017-04-14 17:28:42  cri 
ທະນາຄານ​ໂລກ​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ແລະ​ມະຫາ​ສະໝຸດ​ປາຊີ​ຟິກ" ສະບັບ​ຫຼ້າ​ສຸດ​ຢູ່​ນະ​ຄອນ​ຫຼວງ​ຮາ​ໂນ້ຍປະ​ເທດ​ຫວຽດນາມ​ໃນ​ວັນ​ທີ 13 ​ເມສາ​ນີ້, ​​ໂດຍຄາດ​ວ່າ​ປີ 2017 ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 6,3%

ບົດ​ລາຍ​ງານ​ລະບຸ​ວ່າ, ​ໄລຍະ​ກາງຂອງ​ເສດຖະກິດ​ຫວຽດນາມມີ​ຄວາມ​ສົດ​ໃສດີ, ​ເນື່ອງ​ຈາກຄວາມ​ຕ້ອງການ​ພາຍ​ໃນ​ທີ່ແຂງ​ແຮງ​ແລະ​ຂະ​ແໜງ​ການ​ຜະລິດ​​ເພື່ອການ​ສົ່ງ​ອອກທີ່​ເຂັ້ມ​ແຂງ, ​ຈາກ​ນີ້​ຈຶ່ງ​ຈະ​ເຮັດ​ໃຫ້ເສດຖະ​ກິດ​ຫວຽດນາມ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ໃນ​ປີ 2017 ຫາ​ປີ 2019, ຂະນະ​ທີ່ອັດຕາ​ເງິນ​ເຟີ້​ຈະ​ຮັກສາ​ຢູ່​ລະດັບ​ປະມານ 4%. ​ບົດ​ລາຍ​ງານຍັງ​ຊີ້​ອອກ​ວ່າ, ​ເສດຖະກິດ​ຫວຽດນາມ​ຍັງ​ມີຄວາມ​ສ່ຽງ​ໃນ​ໄລຍະ​ຍາວ.
ທັງ​ນີ້ທະນາຄານ​ພັດທະນາ​ອາຊີ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ຕົ້ນ​ເດືອນ​ເມສາ, ​ໂດຍຄາດ​ວ່າ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 6,5% ​ໃນ​ປີ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ