ໄຂ​ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ໃນ​ງານ​ເອັກ​ສ໌​ໂປ​ຈີນ-ອາ​ຊຽນ​ 2017
2017-04-14 16:18:23  cri 
    ຕາມ​ຂ່າວ​ສານ​ຈີນ: ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ​​ໃນງານ​ເອັກ​ສ໌​ໂປ​ຈີນ-ອາ​ຊຽນ 2017 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ ສ​ປ ຈີນ​ແຕ່​ວັນ​ທີ 13-16 ເມ​ສານີ້ ໂດຍ​​ມີວິ​ສາ​ຫະ​ກິດ​ຈາກ​ອິນ​ໂດ​ເນ​ເຊຍ, ລາວ, ໄທ ແລະ​ປະ​ເທດ​ອື່ນໆໃນ​ອາ​ຊຽນ 90 ​ຫົວ​ໜ່ວຍເຂົ້າ​ຮ່ວມ.

    ທ່ານ ເພີງ​ກ່າງ ຫົວ​ໜ້າ​ພະ​ແນກ​ຖະ​ແຫຼງ​ຂ່າວ, ພິມ​ຈຳ​ໜ່າຍ, ວິ​ທະ​ຍຸ, ໂທ​ລະ​ພາບ ແລະ​ຮູບ​ເງົາ​ເຂດກວາງ​ຊີ​ກ່າວ​ວ່າ, ເຂດ​ຕົນ​ກຳ​ລັງ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ປະ​ເທດ​ໃນ​ອາ​ຊຽນ​ໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ, ພິມ​ຈຳ​ໜ່າຍ, ວິ​ທະ​ຍຸ, ໂທ​ລະ​ພາບ ແລະ​ຮູບ​ເງົາ​​ຢ່າງ​ໃກ້​ຊິດຫຼາຍ​ຂຶ້ນ, ຂະ​ນະ​ທີ່ຫວ່າງມໍ່ໆ​ມານີ້, ກໍ​ໄດ້​ຮ່ວ​ມ​ມື​ກັນ​ໃນ​ຂົງ​ເຂດ​ວັດ​ທະ​​ນະ​ທຳ, ໂດຍ​ສະ​ເພາະ​ໃນ​ດ້ານຖະ​ແຫຼງ​ຂ່າວ, ພິມ​ຈຳ​ໜ່າຍ, ວິ​ທະ​ຍຸ, ໂທ​ລະ​ພາບ ແລະ​ຮູບ​ເງົາ​ນັ້ນ, ຈີນ​ກັບ​ກຳ​ປູ​ເຈຍ​ແລະ​ລາວ ​ກໍໄດ້​ຮ່ວມ​ມື​ສ້າງ​ລາຍ​ການ​ໂທ​ລະ​ພາບ "ໂຮງ​ລະ​ຄອນ​ຈີນ" ແລະ​ໄດ້​ອອກ​ອອ​ກາດ​ ແລະ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ອາ​ຊຽນ.

    ທ່ານ ໂມ້​ຈື້​ຕົ່ງ ຫົວ​ໜ້າ​ໜ່ວຍ​ງານ​ອຸດ​ສາ​ຫະ​ກຳ​ພະ​ແນກວັດ​ທະ​ນະ​ທຳ​ເຂດກວາງ​ຊີ ເຜີຍ​ໃຫ້​ຮູ້​ວ່າ, ງານ​ວາງ​ສະ​ແດງ​ຮູບ​ກາ​ຕູນ​ແລະ​ເກມ​ໃນ​ງານ​ເອກ​ສ໌​ໂປ​ຈີນ-ອາ​ຊ​ຽນ 2017 ແລະ ງານ​ຮູບ​ກາ​ຕູນ​ແລະ​ເກມ​ຈີນ-ອາ​ຊຽນຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ປີນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ