ສິງກະ​ໂປ​ເພີ່ມ​ທະວີ​ການ​ສຶກສາ​ຄວາມ​ໝັ້ນຄົງ​​ແຫ່ງ​ຊາດ​ຈາກ 5 ດ້ານ
2017-04-15 15:56:46  cri 
ປະ​ເທດສິງກະ​ໂປ​ໄດ້​ສ້າງ​ຕັ້ງ​ຂຶ້ນເມື່ອປີ 1965, ​ເຖິງ​ວ່າ​ປັດຈຸບັນ ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນຫຼື GDP  ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ສິງກະ​ໂປ​ໄດ້​ກ້າວ​ເຖິງ​ລະດັບ​ປະ​ເທດ​ທີ່​ພັດທະນາແລ້ວ​ກໍ່ຕາມ,​ແຕ່​​ເນື່ອງ​ຈາກ​ເປັນ​ປະ​ເທດ​ນ້ອຍ​ທັງ​ຂາດ​ເຂີນ​ຊັບພະຍາກອນ. ສະ​ນັ້ນ, ​ເຖິງ​ວ່າ​ຈະ​ເປັນ​ຍຸກ​ທີ່​ມີ​ຄວາມ​ສະຫງົບ​ສຸກ​ແຕ່​ປະ​ເທດ​ນີ້​ກໍ​ກະກຽມ​ຢູ່​ສະ​ເໝີ​ເພື່ອ​ຮັບ​ມື​ກັບ​ອຸບາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໂດຍໃຫ້​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ສຶກສາຄວາມ​ໝັ້ນຄົງ​​ແຫ່ງ​ຊາດ.

ຂ່າວ​ແຈ້ງວ່າ: ການ​ສຶກສາຄວາມ​ໝັ້ນຄົງ​​ແຫ່ງ​ຊາດ​ຂອງສິງກະ​ໂປ​ສ່ວນ​ຫຼາຍຈະ​ເນັ້ນການທະຫານ​ປ້ອງ​ກັນ​ປະ​ເທດ,ຄວາມ​ປອດ​ດອງ​ຊາດ​ກໍ​ຄື​ການ​ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ​ເປັນ​ຕົ້ນ. ນອກ​ນີ້, ລັດຖະບານ​ສິງກະ​ໂປ​ໄດ້​ກຳນົດ​ເອົາ​ວັນ​ທີ 15 ກຸມພາ​ຂອງ​ແຕ່ລະ​ປີ​ເປັນ "ວັນ​ປ້ອງ​ກັນ​ຮອບດ້ານ" ​ໂດຍ​ຫວັງຜ່ານ​ການ​ຕັ້ງ​ວັນ​ດັ່ງກ່າວ​ເພີ່ມ​ທະວີ​ການ​ປູກ​ຈິດ​ສຳນຶກ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​​ແຫ່ງ​ຊາດ​ໃຫ້​ແກ່ປະຊາຊົນ​ປະ​ເທດ​ຕົນ.

ການ​ປ້ອງ​ກັນ​ຮອບດ້ານ​ຂອງ​ສິງກະ​ໂປ​ລວມທັງ 5 ດ້ານ​, ຄື: ການ​ປ້ອງ​ກັນ​ທາງການ​ທະຫານ,ການ​ປ້ອງ​ກັນທາງ​​ແຜ່​ງ,ການ​ປ້ອງ​ກັນ​ທາງສັງຄົມ,ການ​ປ້ອງ​ກັນ​ທາງ​ເສດຖະກິດ​ແລະ​ການ​ປ້ອງ​ກັນ​ທາງ​ຈິດ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ