ວັນທີ 14 ເມສານີ້, ກະຊວງການເງິນອາເມລິກາໄດ້ເຜີຍແຜ່ "ບົດລາຍງານນະໂຍບາຍອັດຕາແລກປ່ຽນເງິນຕາແລະເສດຖະກິດສາກົນ" ທີ່ແນໃສ່ຄູ່ຄ້າທີ່ສຳຄັນຂອງປະເທດຕົນ ໂດຍເຫັນວ່າຄູ່ຄ້າທີ່ສຳຄັນເຊິ່ງລວມທັງຈີນບໍ່ໄດ້ຄວບຄຸມອັດຕາແລກປ່ຽນເງິນຕາເພື່ອໄດ້ຮັບທ່າແຮງການຄ້າທີ່ບໍ່ຍຸດຕິທຳ , ແຕ່ກໍສືບຕໍ່ຈັດເອົາ 6 ກຸ່ມເສດຖະກິດເຊັ່ນ: ຈີນ, ຍີ່ປຸ່ນ, ເຢຍລະມັນ ແລະ ສ.ເກົາຫຼີ ເປັນຕົ້ນເຂົ້າໃນບັນຊີລາຍຊື່ຕິດຕາມນະໂຍບາຍອັດຕາແລກປ່ຽນເງິນຕາ.
ລັດຖະບານໂດນັນ ທຣຳ ບໍ່ໄດ້ກຳນົດຈີນເປັນ "ປະເທດຄວບຄຸມອັດຕາແລກປ່ຽນເງິນຕາ" ສອດຄ່ອງກັບການຄາດຄະເນທົ່ວໄປ. ຫວ່າງມໍ່ໆມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມລິກາໄດ້ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມເດີວອນສະທຣິດ ລາຍວັນ "The Wall Street Journal" ໂດຍກ່າວຢ່າງຈະແຈ້ງວ່າ: ຈີນບໍ່ແມ່ນ "ປະເທດຄວບຄຸມອັດຕາແລກປ່ຽນເງິນຕາ" ເຊິ່ງໄດ້ປ່ຽນແປງຫຼັກໝັ້ນຂອງຕົນຕໍ່ບັນຫາດັ່ງກ່າວຂະນະທີ່ຫາສຽງເລືອກຕັ້ງປະທານາທິບໍດີ. ຂະນະທີ່ຜົນການຄົ້ນຄວ້າຂອງອົງການກອງທຶນເງິນຕາສາກົນຫຼື IMF, ສະຖາບັນຄົ້ນຄວ້າເສດຖະກິດສາກົນປີເຕີເຊິນຫຼື PIIE ແລະອົງການອື່ນໆລ້ວນແຕ່ໄດ້ສະແດງໃຫ້ເຫັນວ່າ: ໃນ 2 ປີຜ່ານມາ, ຈີນບໍ່ໄດ້ຄວບຄຸມອັດຕາແລກປ່ຽນເງິນຕາແຕ່ຢ່າງໃດ,ການກ່າວຫາຈີນຕໍ່ບັນຫາດັ່ງກ່າວຈຶ່ງບໍ່ສອດຄ່ອງກັບເລື່ອງຄວາມເປັນຈິງ.