ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ,ອີຣານ​ແລະ​ຊີຣີຫາລື​​ບັນຫາ​ຊີຣີ
2017-04-15 17:32:24  cri 
ທ່ານ ​ເຊີ​ແກ ລາວຼົຟ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ, ທ່ານ ​ໂມ​ຮຳ​ມັດ ຈາ​ວັດ ຊາຣິຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ ​ແລະ ທ່ານ ວາລິ​ດ ມູອາ​ເລັມ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີ​ໄດ້ພົບ​ປະ​​ກັນຢູ່​ນະຄອນຫຼວງ​ມົສ​ກູປະ​ເທດຣັດ​ເຊຍ​ໃນວັນ​ທີ 14 ​ເມສາ​ນີ້ ​ເພື່ອ​ຫາລື​ບັນຫາ​ຕ່າງໆ​ເຊັ່ນ: ການ​ໂຈມ​ຕີທາງ​ການ​ທະຫານ​ຕໍ່​ຊີຣີຂອງ​ອາ​ເມ​ລິ​ກາ, ການ​ສືບສວນ​ເຫດ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ, ການ​ເຈລະຈາສັນຕິ​ພາບຂອງ​ຊີຣີກໍ​ຄື​ການ​ຕ້ານ​ການ​ກໍ່​ການ​ຮ້າຍຮ່ວມ​ເປັນ​ຕົ້ນ.

ຫຼັງ​ການ​ເຈລະຈາ, ທ່ານ ​ເຊີ​ແກ ລາວຼົຟ ​ໄດ້ກ່າວ​​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ວ່າ: ຣັດ​ເຊຍ, ອີຣານ​ແລະ​ຊີຣີ​​ມີ​ຄວາມ​ເຫັນເປັນ​ເອກະ​ພາບກັນ​ວ່າອາ​ເມ​ລິ​ກາ​ກໍ່ການ​ໂຈມ​ຕີທາງ​ການ​ທະຫານ​ຕໍ່​ຖານ​ທັບ​ອາກາດ​ຂອງ​ຊີຣີ​ໃນ​ວັນ​ທີ 7 ​ເມສາ​ນີ້​​ເປັນການ​ກະທຳ​ຮຸກ​ຮານ, ​ໄດ້​ລະ​ເມີດ​ກົດໝາຍ​ສາກົນ​ແລະ "ກົດ​ບັດ​ສະຫະ​ປະຊາ​ຊາດ" ຢ່າງ​ໜັກໜ່ວງ. 3 ປະ​ເທດ​ໄດ້​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາພ້ອມ​ພັນ​ທະ​ມິດຈົ່ງ​​ເຄົາລົບ​ອະທິປະ​ໄຕ​ຂອງ​ຊີຣີ,ທັງຮັບປະກັນ​ບໍ່​ໃຫ້ການ​ກະທຳ​ຄ້າຍຄື​ກັນທີ່​ເຮັດ​ໃຫ້​ສະຖານະ​ການ​ເຄັ່ງ​ຕຶງ​ຂຶ້ນ​ນັ້ນ​ເກີດ​ຂຶ້ນ​ອີກ. ຂະນະ​ດຽວ​ກັນ, ສາມ​ຝ່າຍ​ຍັງ​ມີ​ຈຸດ​ຢືນໃຫ້​ສ້າງ​ຕັ້ງ​ໜ່ວຍ​ສືບສວນພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ, ​ເພື່ອ​ດຳ​ເນີນ​ການ​ສືບສວນ​ຢ່າງ​ເຖິງ​ຖອງ,ພາວະ​ວິ​ໄສ​ແລະ​ຍຸດຕິ​ທຳ​ຕໍ່​ເຫດ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ທີ່​ເກີດ​ຂຶ້ນ​ຢູ່​ຊີຣີ​ໃນ​ວັນ​ທີ 4 ​ເມສາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ