ຈີນ​ຕິດຕາມ​ການ​ປ່ຽນ​ແປງ​ສະຖານະ​ການ​ແຫຼມ​ເກົາຫຼີ​​ຢ່າງ​​​ໃກ້ຊິດມາໂດຍ​ຕະຫຼອດ​
2017-04-15 15:27:52  cri 

ວັນ​ທີ 14 ​ເມສາ​ນີ້, ​ທ່ານ​​ເກີ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ຕອບ​ຄຳ​ຖາມຂອງ​ນັກ​ຂ່າວກ່ຽວ​ກັບ​ສະຖານະ​ການ​ແຫຼມ​ເກົາຫຼີວ່າ, ຈີນຕິດຕາມການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​ຢ່າງ​ໃກ້ຊິດ​ມາໂດຍ​ຕະຫຼອດ​.

ທັງ​ນີ້,ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ດັ່ງກ່າວ, ມີ​ນັກ​ຂ່າວ​ຖາມ​ວ່າ, ຂ່າວສານ​ອາ​ເປ​ລາຍ​ງານ​ວ່າ, ​ສປປ​ເກົາຫຼີ​ໄດ້​ກຽມພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ທົດ​ລອງ​ນິ​ວ​ເຄຼຍ​​ອີກ​ຄັ້ງ,ນອກ​ນີ້​ມີ​ຂ່າວລາຍ​ງານ​ອີກວ່າ, ປະ​ເທດ​ດັ່ງກ່າວໄດ້​ເລິ່ມ​ແຍກຍ້າຍ​ປະຊາຊົນ​ສ່ວນ​ໜຶ່ງ​ແລ້ວ, ຈີນ​ໄດ້​ກະກຽມ​ບາງ​ປະການບໍ່​​ເພື່ອ​ຮັບ​ມື​ກັບ​ເລື່ອງ​ນີ້?

ທ່ານ​ເກີ​ງສວງ​ກ່າວ​ວ່າ, ​ໃນມະຕິຕໍ່ສປປ​ເກົາຫຼີ​ຂອງ​ສະພາ​ຄວາ​ມໝັ້ນຄົງ​ສະຫະ​ປະຊາ​ຊາດ​​ໄດ້​ຮຽກຮ້ອງ​ໃຫ້​ສປປ​ເກົາຫຼີ​ປະລະ​ແຜນການ​ນິວ​ເຄຼຍທັງ​ໝົດ, ​ແລະຢຸດ​ຕິການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ, ນີ້​​ແມ່ນ​ຂໍ້​ກຳນົດ​ທີ່ແຈ່ມ​ແຈ້ງ​ທີ່​ສຸດ. ສະຖານະ​ການ​ແຫຼມ​ເກົາຫຼີ​ໃນ​ປັດຈຸບັນທັງ​ສັບສົນ ທັງ​ອ່ອນ​ໄຫວ, ຈີນ​ໄດ້​ຮຽກຮ້ອງ​ຫຼາຍ​ເທື່ອ​ໂດຍໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຮັກສາ​ຄວາມ​ອົດ​ກັ້ນ​​,ບໍ່​ຄວນ​​ໃຊ້​ການ​ກະທຳ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ແຫຼມ​ເກົາຫຼີ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ. ຂະນະ​ທີ່ການ​ກະທຳ​ແບບ​ນີ້​ລ້ວນ​ແຕ່​​ເປັນ​ການ​ກະທຳ​ບໍ່​ຮັບຜິດຊອບ, ທັງ​ມີອັນຕະລາຍ​ທີ່​ສຸດ.

ທ່ານ​ເກີ​ງສວງ​ກ່າວ​ຕື່ມວ່າ, ​ໃນ​​ເວລາ​ດົນ​ນານ​ມາ​ນີ້, ຈີນ​​ໄດ້​ຍຶດໝັ້ນ​ຊຸກ​ຍູ້ເປົ້າ​ໝາຍ​ທີ່​ໃຫ້​ແຫຼ​ມ​ເກົາຫຼີ​ປອດ​ນິວ​ເຄຼຍ, ຍຶດໝັ້ນ​ຮັກສາ​ສັນຕິພາບ ​ແລະ ສະ​ເຖຍລະ​ພາບ​ຂອງ​ແຫຼມ​ເກົາຫຼີ, ຍຶດໝັ້ນ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ໂດຍ​ສັນຕິ​​ໂດຍ​ຜ່ານ​ການ​ເຈລະຈາ ​ແລະ ປຶກສາ​ຫາລື. ​ແນວ​ໃດ​ກໍ​ດີ,ຈີນ​ຈະ​ສືບ​ຕໍ່​ພົວພັນກັບ​ຝ່າຍຕ່າງໆ​ທີ່​ກ່ຽວຂ້ອງ​ຢ່າງ​ໃກ້ຊິດ ​ແລະສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ