ຊາວນະຄອນຫຼວງວຽງຈັນຫຼາຍພັນຄົນ ຮ່ວມແຫ່ພະພຸດທະຮູບສັກສິດ ໃນມື້ທຳອິດບຸນປີໃໝ່ລາວ
2017-04-15 15:59:02  cri 

ອໍານາດການປົກຄອງນະຄອນຫຼວງວຽງຈັນນໍາໂດຍ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມເຖົ້າແກ່ແນວໂຮມຊາວນະຄອນຫຼວງ,ອົງການຈັດຕັ້ງມະຫາຊົນ,​ ມີມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຊາວຕ່າງປະເທດເຂົ້າຮ່ວມຂະບວນຢ່າງຄຶກຄື້ນ ເຊິ່ງພິທີໄດ້ຈັດຂຶ້ນໃນຕອນບ່າຍວັນທີ 14 ເມສາ 2017 ເຊິ່ງກົງກັບມື້ແຮມ 3 ຄໍ່າ ເດືອນ 2 ພສ 2560 (ເດືອນລາວ) ທີ່ວັດອິນແປງວໍຣະມະຫາວິຫານ.

ພິທີໄດ້ເລີ່ມດ້ວຍພິທີທາງສາດສະໜາ ໂດຍການສູດປ່າວສັກເຄເທວະດາ, ອັນເຊີນພະພຸດທະຮູບສິ່ງສັກສິດຄູ່ບ້ານຄູ່ເມືອງລາວ ທີ່ໄດ້ນັບຖືກັນມາແຕ່ບູຮານນະການ. ຫຼັງຈາກນັ້ນ, ໄດ້ອັນເຊີນພະພຸດທະຮູບຂຶ້ນຂະບວນລົດແຫ່, ຕາມດ້ວຍຂະບວນພະສົງສໍາມະເນນ, ຂະບວນອໍານາດການປົກຄອງ, ຂະບວນເຖົ້າແກ່ແນວໂຮມ, ຂະບວນນາງສາວນະຄອນຫຼວງທັງ 7 ທີ່ເປັນຕົວແທນຂອງລູກສາວພະຍາກະບິນລະພົມ,ຕາມມາດ້ວຍມວນຊົນຊາວນະຄອນຫຼວງວຽງຈັນຫຼາຍພັນຄົນ ແລະ ບັນດາສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຂະບວນແຫ່ດັ່ງກ່າວ. ຫຼັງຈາກນັ້ນ, ຂະບວນໄດ້ເລີ່ມຍ່າງແຫ່ແຕ່ວັດອິນແປງວໍຣະມະຫາວິຫານ ລົງໄປຕາມເສັ້ນທາງນໍ້າພຸກ້ຽວໃສ່ເສັ້ນທາງແຄມຂອງເພື່ອກັບຄືນຫາວັດອິນແປງຄືເກົ່າ ຕະຫຼອດທາງກໍໄດ້ມີມວນຊົນຈໍານວນຫຼວງຫຼາຍຕ່າງກໍ່ຫຼັ່ງໄຫຼອອກມາຊົມມາເຊຍ ພ້ອມດ້ວຍຫົດສົງນ້ຳໃສ່ຂະບວນຕະຫຼອດທາງ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ