ຈີນ​​ແລະຣັດ​ເຊຍ​ແລກປ່ຽນຄວາມ​ເຫັນ​ດ້ານ​ຍຸດ​ທະ​ສາດ​ຕໍ່​ບັນຫາ​ສາ​ກົນ ​ແລະ ພາກ​ພື້ນ​ໃນ​ປັດຈຸບັນ
2017-04-15 16:08:34  cri 

ທ່ານ​ວາງ​ອີ້ ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ໄດ້​ໂທລະສັບ​ສົນທະ​ນາກັບທ່ານ​ເຊີ​ເກ ລາ​ຟຣົຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ໃນ​ຄ່ຳ​ວັນ​ທີ 14 ​ເມສາ​ນີ້ ​ໂດຍສອງ​ຝ່າຍ​ໄດ້ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ດ້ານ​ຍຸດ​ທະ​ສາດ​ຕໍ່ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ ​ເຊັ່ນ, ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ບັນຫາ​ຊີຣີ ​ແລະ ບັນຫາ​ແຫຼມ​ເກົາຫຼີ​ເປັນ​ຕົ້ນ.

ສອງ​ຝ່າຍກ່າວ​ເປັນ​ເອກະສັນ​ກັນ​ວ່າ, ຈະ​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮ້ທີ່​ເປັນ​ເອກະສັນກັນ​ຂອງ​ປະມຸກ​ລັດ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ຈີນ-ຣັດ​ເຊຍ​ແລະ​ສຸມ​ໃສ່ກະກຽມ​ການ​​ໄປມາຫາ​ສູ່​ລະຫວ່າງເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຕ່າງໆ​​ໃນ​ໄລຍະ​ມໍ່ໆ​ນີ້ໃຫ້​ດີ.

ກ່ຽວ​ກັບ​ສະຖານະ​ການ​ຊີຣີ, ທ່ານ​ວາງ​ອີ້​ກ່າວ​ວ່າ, ​ເອກະລາດ, ອະທິປະ​ໄຕ ​ແລະ ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊີຣີຄວນ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື. ວຽກ​ງານ​ຮີບ​ດ່ວນ​ ​ໃນ​ປະ​ຈຸ​ບັນ​ແມ່ນ​ ​ການ​ສຳ​ຫຼວດທີ່​ເປັນອິດສະຫຼະ, ຍຸດຕິ​ທຳ ​ແລະ ມີ​ວິຊາ​ການ​ຕໍ່​ເຫດການ​​ໃຊ້ອາວຸດ​ເຄມີ​​ໃນ​ຊີຣີ, ​ເຊື່ອ​ວ່າ​ຈະ​ໄດ້​ຮັບ​ຄວາມ​ກະຈ່າງ​​ແຈ້ງໃນ​ທີ່​ສຸດ.

ກ່ຽວ​ກັບ​ສະຖານະ​ການ​ແຫຼມ​ເກົາຫຼີ, ທ່ານ​ວາງ​ອີ້​ກ່າວ​ວ່າ, ການ​ປ້ອງ​ກັນບໍ່​​ໃຫ້​ແຫຼມ​ເກົາຫຼີ​ເກີດ​​ສົງຄາມ ​ແລະ ປັ່ນ​ປ່ວນ​ວຸ້ນວາຍ​​ເປັນ​ການສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ຈີນ ​ແລະ ຣັດ​ເຊຍ. ຂະນະ​ທີ່​ການ​ຊຸກ​ຍູ້ໃຫ້​ຝ່າຍ​ຕ່າງໆ​ຟື້ນ​ຟູ​ການ​ເຈລະຈາ​ແມ່ນ​ເປົ້າ​ໝາຍ​ຮ່ວມ​ຂອງ​ຈີນ ​ແລະ ຣັດ​ເຊຍ. ​ແນວ​ໃດ​ກໍ​ດີ,ຈີນ​ຍິນ​ດີ​ປະສານ​ສົມທົບ​ກັບຣັດ​ເຊຍ​ຢ່າງ​ໃກ້ຊິດ ​ເພື່ອ​ຊຸກ​ຍູ້​​ໃຫ້ສະຖານະ​ການ​ແຫຼມ​ເກົາຫຼີຜ່ອນຄາຍ​ລົງໂດຍ​ໄວ ​ແລະ ຊຸກ​ຍູ້​​ໃຫ້ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຟື້ນ​ຟູ​ການ​​ເຈລະຈາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ