ກອງທັບ​ສປປ​ເກົາຫຼີ​ກ່າວ​ວ່າ​,ຈະ​ຕອບ​ໂຕ້ການ​ທ້າ​ທາຍ​ເກາະ​ຜິດ​ຂອງ​ອາ​ເມ​ລິ​ກາ​ຢ່າງ​ແຂງ​ແຮງ
2017-04-15 17:04:36  cri 

ວັນ​ທີ 14 ​ເມສາ​ນີ້, ​ຂ່າວ​ສານ​ສູນ​ກາງ​ສປປເກົາຫຼີລາຍ​ງານ​ວ່າ, ມື້​ດຽວ​ກັນ, ກົມ​ໃຫຍ່​ເສນາ​ທິການ​ກອງທັບປະຊາຊົນ​ສປປ​ເກົາຫຼີ​ອອກ​ຖະ​ແຫຼ​ງການວ່າ, ການ​ຮ້ອງ​ຕະ​ໂກນ​ກໍ່​ສົງຄາມ​ຕໍ່ສປປ​ເກົາ​ຫຼີຂອງ​ເຈົ້າ​ໜ້າ​ທີ່ທຣຳອາ​ເມ​ລິ​ກາ​ໄດ້​ເຖິງ​ຂັ້ນ​ຈະ​ເບິ່ງ​ຂ້າມ​ບໍ່​ໄດ້​ອີກແລ້ວ, ຂະນະ​ທີ່ສປປ​ເກົາ​ຫຼີຈະ​ທັບ​ມ້າງ​ການທ້າ​ທາຍ​ເກາະ​ຜິດຕ່າງໆ​ນານາ​ຂອງ​ອາ​ເມ​ລິ​ກາ​ດ້ວຍ​ວິທີ​ແຂງ​ແຮງ​ທີ່​ສຸດ.

ຖະ​ແຫຼ​ງການ​ລະບຸວ່າ, ສປປ​ເກົາ​ຫຼີຈະ​ເດັດດ່ຽວ​ຕອບ​ໂຕ້ດ້ວຍ​ຮູບ​ການຂອງ​ຕົນ​ທີ່​ແຂງ​ແຮງ​ທີ່​ສຸດ​ ​ລວມທັງ​ການ​ໂຈມ​ຕີ​ດ້ວຍ​ອາວຸດນິວ​ເຄຼຍ​ໂດຍອີງ​ຕາມ​ຮູບການ ​ແລະ ລະດັບ​ການ​ທ້າ​ທາຍ​ເກາະ​ຜິດຂອງອາ​ເມ​ລິ​ກາ, ​ແນວ​​ໃດ​ກໍ​ດີ,ສປປ​ເກົາຫຼີ​ຈະ​ບໍ່​ຊ້ຳ​ຮອຍ​ເກົ່າ​ຊະ​ຕາ​ກຳ​ຂອງອີຣັກ ​ແລະ ລີ​ບີ ​ແລະ ມີ​ຄວາມ​ສາມາດ​ໂຈມ​ຕີ​ເປົ້າ​ໝາຍຕ່າງໆທີ່​ຢູ່​ສ.​ເກົາຫຼີ, ຍີ່​ປຸ່ນ ​ແລະ ອາ​ເມ​ລິ​ກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ