ປະທານາທິບໍດີ​ອີ​ຣານກ່າວ​ວ່າ​ອີ​ຣານ​ເພີ່ມ​ກຳລັງ​ຮົບ​ບໍ່​ຕ້ອງຮັບ​ການ​ອະນຸຍາດ​ຈາກ​ຜູ້​ໃດ
2017-04-16 17:07:24  cri 
ຕາມ​ຂ່າວສານ​ອີ​ຣານລາຍ​ງານ​ວ່າ: ວັນ​ທີ 15 ​ເມ​ສາ​ນີ້, ​ໃນ​ເວລາ​ທ່ານ​ຮາ​ຊັນ ຣູຮາ​ນີ ປະທານາທິບໍດີ​ອີ​ຣານ​​ເຂົ້າ​ຮ່ວມ​ງານວາງສະ​ແດງ​ຜົນສຳ​ເລັດ​ປ້ອງ​ກັນ​ປະ​ເທດ​ຢູ່​ເຕ​ເຮຣານ, ທ່ານ​ກ່າວ​ວ່າ: ອີ​ຣານ​ແມ່ນ​ຜູ້​ຖືກ​ທຳຮ້າຍ​ໃນ​ການ​ໂຈມ​ຕີ​ຂອງ​ສັດຕູ, ອີ​ຣານ​ເພີ່ມ​ກຳລັງ​ຮົບ, ຄົ້ນຄວ້າ​ຜະລິດ​ລູກ​ສອນ​ໄຟ​ນຳ​ວິຖີ​​ແລະ​ຍົນ​ຮົບ​ນັ້ນ​ບໍ່​ຕ້ອງ​ໄດ້​ຮັບ​ການ​ອະນຸຍາດ​ຈາກ​ຜູ້​ໃດ.

ທ່ານຣູຮາ​ນີກ່າວ​ວ່າ: ອີ​ຣານ​ເພີ່ມ​ຄວາມ​ສາມາດ​ປ້ອງ​ກັນ​ຂອງ​ກຳລັງ​ຮົບ​ພຽງ​ແຕ່​ເພື່ອ​ປ້ອງ​ກັນປະ​ເທດ​ເທົ່າ​ນັ້ນ, ອີ​ຣານຈະ​ບໍ່​ໂຈມ​ຕີ​ປະ​ເທດ​ອື່ນ​​ໃນ​​ເວລາ​ໃດໆ, ຈະ​ບໍ່​ກໍ່​ການ​ຮຸກ​ຮານ, ​ແຕ່​ອີຣານຕ້ອງ​ຮັກສາ​ສະຕິ​ລະວັງ​ຕົວຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​​ເພາະວ່າ​ຫຼັງ​ຈາກ​ການ​ປະຕິວັດ​ອິສລາມ​ໄດ້​ຮັບ​ໄຊຊະນະ​ແລ້ວ, ອີ​ຣານ​ໄດ້​ຖືກ​ຮຸກ​ຮານ​ຫຼາຍ​ເທື່ອ​ທາງ​ດ້ານ​ການ​ເມືອງ ​ເສດຖະກິດ​ແລະ​ການ​ທະຫານ. ອີ​ຣານຕ້ອງບັນລຸ​ແຜນການ​ແລະ​​ເປົ້າ​ໝາຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ, ຊ່ຽວຊານ​ອີ​ຣານຄົ້ນຄວ້າ​ຜະລິດ​ຍົນ​ຮົບ ຍົນ​ເຮ​ລິ​ກົບ​ເຕ ລົດ​ຕັງ​ແລະ​ລົດ​ຫຸ້ມ​ເກາະ​​ແມ່ນ​ຄວາມ​ພາກພູມ​ໃຈ​ຂອງ​ປະຊາຊົນ​ອີຣານ.

ປະທານາທິບໍດີ​ອີຣານຍັງ​ກ່າວ​ວ່າ: ການ​ປົກ​ປັກ​ຮັກສາ​ຄວາມ​ດຸນ​ດ່ຽງ​ດ້ານ​ຍຸດ​ທະ​ສາດ​ໃນ​ພາກ​ພື້ນ, ຮັກສາ​ຄວາມ​ເຂັ້ມ​ແຂງດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ອີ​ຣານ​ແລະ​ສົ່ງ​ສັນຍານ​ຍຸດຕິ​ທຳ​ແລະ​ເສລີພາບ​ຕໍ່​ໂລກ​ແມ່​ນສິ່ງ​ທີ່​ອີ​ຣານຕ້ອງ​​ເຮັດ, ການ​ຮຸກ​ຮານ​ທີ່​ກໍ່​ຂຶ້ນ​ໂດຍປະ​ເທດ​ໃນ​ບາງ​ພາກ​ພື້ນ ປະ​ເທດ​ໃຫຍ່​ແລະ​ອາ​ເມ​ລິ​ກາຢູ່​ເຂດ​ຕາ​​ເວັນ​ອອກ​ກາງ​ນັ້ນ​ແມ່ນ​ແຫຼ່ງກຳ​ເນີ​ດຂອງ​ຄວາມ​ບໍ່ໝັ້ນຄົງ​ແລະ​ການ​ປະ​ທະ​ກັນ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ