ຕວກກີ​ເລີ່​ມຈັດການ​ລົງ​ປະຊາ​ມະຕິດັດ​ແກ້​ລັດຖະທຳ​ມະນູນ​ຢ່າງ​ເປັນ​ທາງ​ການ
2017-04-16 15:14:30  cri 
ການ​ລົງ​ປະຊາ​ມະຕິ​ເພື່ອ​ດັດ​ແກ້​ລັດຖະທຳ​ມະນູນ​ຂອງ​ຕວກກີ​ເລີ່​ມປ່ອນ​ບັດ​ຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 7 ​ໂມງ​ຂອງ​ວັນ​ທີ 16 ​ເມສາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ ​ເຊິ່ງການ​ລົງ​ປະຊາ​ມະຕິ​ດັ່ງກ່າວ​ຈະ​ຕັດສິນ​ວ່າ​ຕວກກີ​ຈະ​ປ່ຽນ​ແປງ​ລະບອບ​ລັດຖະສະພາ​ທີ່​ປະຕິບັດ​ໃນ​ປັດຈຸບັນ​​ໃຫ້​ເປັນ​ລະບອບ​ປະ​ທາ​ນາ​ທິບໍດີ​ຫຼື​ບໍ່ ​ໂດຍ​ຈະ​ມອບ​ສິດ​ອຳນາດ​ບໍລິຫານ​ໃຫ້​ປະທານາທິບໍດີ​ຫຼາຍ​ກວ່າ​ເກົ່າ​ທັງ​ຍົກ​ເລີກ​ຕຳ​ແໜ່​ງນາຍົກລັດຖະມົນຕີ  ຈາກ​ນີ້​ຈິ່ງ​ໄດ້ດຶງ​ດູດ​ຄວາ​ມສົນ​ໃຈ​ຢ່າງ​ກວ້າງຂວາງ.

ການ​ປ່ອ​ນບັດ​ທັງ​ໝົດຂອງການ​ລົງ​ປະຊາ​ມະຕິຄັ້ງ​ນີ້​ຈະ​ສິ້ນສຸດ​ໃນ​ເວລາ 17 ​ໂມງ​ຂອງ​ວັນ​ທີ 16 ​ເມສາ​ນີ້ ຕາມ​ເວລາ​ທ້ອງຖິ່ນ ​ແລະ​ຈະ​ປະກາດ​ຜົນ​ການ​ນັບ​ບັດ​ຢ່າງ​ເປັນ​ທາງ​ການ​ພາຍ​ໃນ 1 ອາທິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ