ສປປ ​ເກົາຫຼີ​ຈັດ​ພິທີ​ສວນສະໜາມ​ສະ​ແດງ​ລູກ​ສອນ​ໄຟ​ແບບ​ໃໝ່
2017-04-16 15:21:22  cri 

ສປປ​ເກົາຫຼີ​ໄດ້​ຈັດພິທີ​ສວນສະໜາມ​ແລະ​ເດີນ​ຂະ​ບວນ​ເພື່ອ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ກິ່ມອິນ​ຊົງ​ຄົບຮອບ 105 ປີຢູ່​ນະຄອນຫຼວງ​ພຽງ​ຢາງ​ໃນ​ວັນທີ 15 ​ເມສາ​ນີ້​ໂດຍ​ໄດ້​ວາງສະ​ແດງ​ລູກ​ສອນ​ໄຟທີ່​ກ້າວໜ້າ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ປະ​ເທດ​ຕົນ ​ເຊິ່ງລູກ​ສອນ​ໄຟ​ເຫຼົ່ານີ້​ສາມາດ​ໂຈມ​ຕີ​ເປົ້າ​ໝາຍ​ໃນ​ໄລຍະ​ຫ່າງ​ໄກ​ເຖິງ 100 ກິ​ໂລ​ແມັດ​ແລະ 1000 ກິ​ໂລ​ແມັດ ​ເປັນ​ອາວຸດ​ທີ່​ກ້າວໜ້າ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ກອງ​ທັບ​ປະຊາຊົນ​ສປປ ​ເກົາຫຼີ​ໃນ​ການ​ປ້ອງ​ກັນ​ອາກາດ​ແລະ​ໂຈມ​ຕີ​ທາງ​ໄກ. ທ່ານ​ກິ່ມ​ເຈິ​ງອຸນ ຜູ້ນຳ​ສູງ​ສຸດ​ຂອງ​ສປປ ​ເກົາຫຼີ​ພ້ອມ​ດ້ວຍຜູ້ນຳ​ພັກ-ລັດ​ແລະ​ກອງທັບຄົບ​ຄະນະ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ​ທີ່​ໄດ້​ດຳ​ເນີນ​ເປັນ​ເວລາ 3 ຊົ່ວ​ໂມງ.

ໂທລະພາບ​ສູນ​ກາງ​ສປປ​ເກົາຫຼີ​ໄດ້​ລາຍ​ງານ​ໃນ​ການຖ່າຍ​ທອດ​ສົດ​ວ່າ: ສປປ ​ເກົາຫຼີ​ມີ​ຄວາມ​ສາມາດ​ໂຈມ​ຕີ​ດ້ວຍ​ອາວຸດ​ນິວ​ເຄລຍ ​ແລະ​ພ້ອມ​ແລ້ວ​ຈະ​ຮັບ​ມື​ກັບ​ການ​ທ້າ​ທາຍ​ເກາະ​ຜິດ​ທຸກ​ຮູບ​ແບບ​ຂອງ​ສັດຕູ. ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ກິ່ມອິນ​ຊົງ,ທ່ານກິ່ມ​ເຈິ​ງອິນ​ແລະ​ທ່ານ​ກິ່ມ​ເຈິ​ງອຸນ, ສປປ ​ເກົາຫຼີ​ໄດ້​ມີ​ກຳລັງ​ປ້ອງ​ກັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ.

ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ​ສປປ​ເກົາຫຼີ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ອນ​ພິທີ​ສວນສະໜາມ​ວ່າ: ​ການທີ່ລັດຖະບານ​ອາ​ເມ​ລິ​ກາ​ທີ່​ນຳ​ໂດຍ​ທ່ານ​ໂດ​ນັນທຣຳກ່າວ​ອ້າງ​ວ່າ​ຈະ​ກໍ່​ສົງຄາມ​ຕໍ່ສປປ ​ເກົາຫຼີ​ນັ້ນ​ໄດ້​ເຖິງ​ຂັ້ນ​ທີ່​ບໍ່​ສາມາດ​ປະ​ໝາດ​ໄດ້​​ແລ້ວ, ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີໄດ້ຢູ່​ໃນ​ສະພາບ​ທີ່​​ເຄັ່ງ​ຕຶງ​ທີ່​ສຸດ​ແລ້ວ. ຖ້າ​ຫາກ​ອາ​ເມ​ລິ​ກາ​ກ້າ​ທ້າ​ທາຍ​ເກາະ​ຜິດ, ສປປ​ເກົາຫຼີ​ຈະ​ໃຫ້ການ​ຕອບ​ໂຕ້​ຢ່າງ​​ເຂັ້ມ​ແຂງ​ທີ່​ສຸດ ​ພ້ອມ​ກັນ​ນັ້ນ,ທັງ​​ເຕືອນ​ໃຫ້​ອາ​ເມ​ລິ​ກາ​ເລືອກ​​ເອົາວິທີ​ທີ່​ຖືກຕ້ອງ​ເພື່ອ​ແກ້​ໄຂ​ບັນຫາ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ