ທ່ານລຽວຈົງໄລ ລັດຖະມົນຕີກະຊວງຄົມມະນາຄົມມາເລເຊຍຢືນຢັນໃນວັນທີ 15 ເມສານີ້ວ່າ: ສັນຍາຊື້ຂາຍລົດໄຟລະຫວ່າງກະຊວງຕົນກັບບໍລິສັດຈົ່ງເຊີຈີນຫຸ້ນສ່ວນຈຳກັດຫຼືCRRCຈະຊ່ວຍມາເລເຊຍເລັ່ງພັດທະນາການບໍລິການຄົມມະນາຄົມສາທາລະນະ, ຈາກນີ້, ໃນຕໍ່ໜ້າ, ປະເທດຕົນຈະຊື້ລົດໄຟຈີນຫຼາຍກວ່າເກົ່າ.
ກ່ອນໜ້ານີ້ບໍ່ດົນ, ທ່ານລຽວຈົງໄລໄດ້ຢ້ຽມຢາມບໍລິສັດໄຟຟ້າຈູ່ໂຈ່ວຈົ່ງເຊີຈີນຈຳກັດທັງເປັນສັກຂີພິຍານໃນພິທີລົງນາມສັນຍາລະຫວ່າງສອງຝ່າຍ ແລະຢືນຢັນວ່າ ມາເລເຊຍຈະຊື້ລົດໄຟຄວາມໄວສູງຈາກຈີນ 22 ຂະບວນ ແລະມູນຄ່າສັນຍາ 800 ລ້ານຣິງກິດຫຼືປະມານ 182 ລ້ານໂດລາສະຫະລັດ.
ຂ່າວແຈ້ງວ່າ: ບໍລິສັດອຸປະກອນຄົມມະນາຄົມມີລາງຈົ່ງເຊີປະຈຳມາເລເຊຍຈຳກັດແລະມາເລເຊຍໄດ້ເຊັນສັນຍາຊື້ຂາຍລົດໄຟຄວາມໄວສູງ 22 ຂະບວນ ເຊິ່ງເປັນສັນຍາສັ່ງຊື້ສະບັບທຳອິດຂອງບໍລິສັດດັ່ງກ່າວຢູ່ມະເລເຊຍ ໂດຍຈະມອບລົດໄຟຄວາມໄວສູງຂະບວນທຳອິດໃຫ້ມາເລເຊຍໃນທ້າຍປີ 2018.
ທ່ານລຽວຈົ່ງໄລຢືນຢັນວ່າ, ການທີ່ຈັດຊື້ລົດໄຟຈີນ,ສາເຫດສຳຄັນທີ່ສຸດກໍເພາະວ່າລົດໄຟຈີນມີຄຸນນະພາບທີ່ດີ,ຄ່າສ້ອມແປງຕ່ຳ,ນອກນີ້, ບໍລິສັດຈົ່ງເຊີຈີນໄດ້ສ້າງຕັ້ງໂຮງງານຢູ່ເມືອງອີໂປ(lpoh)ປະເທດຕົນ. ຂະນະດຽວກັນ, ທ່ານຍັງໄດ້ຕີລາຄາສູງຕໍ່ບໍລິສັດຈົ່ງເຊີຈີນທີ່ໄດ້ທົດລອງສ້າງຕັ້ງໂຮງງານຜະລິດແລະຈຳໜ່າຍລົດຢູ່ມະເລເຊຍ ທັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ,ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂອງປະເທດຕົນໃຫ້ມີການຂະຫຍາຍຕົວຕື່ມອີກ ແລະສົ່ງເສີມການໂອນເຕັກນິກອຸດສາຫະກຳ. ແນວໃດກໍດີ, ມາເລເຊຍ-ຈີນຈະສຸມໃສ່ການຮ່ວມມືຍາວນານໂດຍບໍ່ພຽງແຕ່ຈະພັດທະນາໂຮງງານຈົ່ງເຊີຈີນປະຈຳມາເລເຊຍໃຫ້ເປັນສູນຜະລິດຂອງມະເລເຊຍເທົ່ານັ້ນ, ຍັງຈະຊ່ວຍສ້າງໂຮງງານນີ້ໃຫ້ເປັນສູນຜະລິດຂອງອາຊຽນອີກດ້ວຍ.