ມາ​ເລ​ເຊຍ​ຈະ​ຊື້​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ຫຼາຍ​ກວ່າ​ເກົ່າ​ໃນ​ຕໍ່ໜ້າ
2017-04-16 15:29:18  cri 
ທ່ານ​ລຽວຈົງ​ໄລ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ມາ​ເລ​ເຊຍ​ຢືນຢັນ​ໃນ​ວັນ​ທີ 15 ​ເມສາ​ນີ້​ວ່າ: ສັນຍາ​ຊື້​ຂາຍ​ລົດ​ໄຟ​ລະຫວ່າງ​ກະຊວງ​ຕົນ​ກັບ​ບໍລິສັດຈົ່ງ​ເຊີ​ຈີນ​ຫຸ້ນ​ສ່ວນຈຳກັດຫຼືCRRCຈະຊ່ວຍ​ມາ​ເລ​ເຊຍ​ເລັ່ງພັດທະນາ​ການ​ບໍລິການ​ຄົມມະນາຄົມ​ສາທາລະນະ, ຈາກ​ນີ້, ​ໃນ​ຕໍ່ໜ້າ, ປະ​ເທດ​ຕົນ​ຈະ​ຊື້​ລົດ​ໄຟ​ຈີນ​ຫຼາຍ​ກວ່າ​ເກົ່າ.

ກ່ອນ​ໜ້າ​ນີ້​ບໍ່​ດົນ, ທ່ານ​ລຽວຈົງ​ໄລ​ໄດ້​ຢ້ຽມຢາມ​ບໍລິສັດ​ໄຟຟ້າ​ຈູ່​ໂຈ່​ວຈົ່ງ​ເຊີ​ຈີນ​ຈຳກັດ​ທັງ​ເປັນ​ສັກ​ຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ສັນຍາ​ລະຫວ່າງ​ສອງ​ຝ່າຍ ​ແລະ​ຢືນຢັນ​ວ່າ ມາ​ເລ​ເຊຍ​ຈະ​ຊື້​ລົດ​ໄຟ​ຄວາມ​​ໄວ​ສູງຈາກ​ຈີນ 22 ຂະບວນ ​ແລະ​ມູນ​ຄ່າ​ສັນຍາ 800 ລ້ານຣິງກິດ​ຫຼື​ປະມານ 182 ລ້ານ​ໂດ​ລາ​ສະຫະລັດ.

ຂ່າວ​ແຈ້ງວ່າ: ບໍລິສັດ​ອຸປະກອນ​ຄົມມະນາຄົມ​ມີ​ລາງ​ຈົ່ງ​ເຊີ​ປະຈຳ​ມາ​ເລ​ເຊຍ​ຈຳກັດ​ແລະ​ມາ​ເລ​ເຊຍ​ໄດ້​​ເຊັນ​ສັນຍາ​ຊື້​ຂາຍ​ລົດ​ໄຟ​ຄວາມ​ໄວ​ສູງ 22 ຂະ​ບວນ ​ເຊິ່ງ​ເປັນ​ສັນຍາ​ສັ່ງ​ຊື້​ສະບັບ​ທຳ​ອິດ​ຂອງ​ບໍລິສັດ​ດັ່ງກ່າວ​ຢູ່​ມະ​ເລ​ເຊຍ ​ໂດຍ​ຈະ​ມອບ​ລົດ​ໄຟ​ຄວາມ​ໄວ​ສູງ​ຂະ​ບວນທຳ​ອິດ​ໃຫ້​ມາ​ເລ​ເຊຍ​ໃນ​ທ້າຍ​ປີ 2018.

ທ່ານ​ລຽວຈົ່ງ​ໄລ​ຢືນຢັນ​ວ່າ, ການ​ທີ່​ຈັດ​ຊື້​ລົດ​ໄຟ​ຈີນ,ສາ​ເຫດສຳຄັນ​ທີ່​ສຸດ​ກໍ​ເພາະວ່າລົດ​ໄຟ​ຈີນ​ມີ​ຄຸນ​ນະພາ​ບທີ່​ດີ,ຄ່າ​ສ້ອມ​ແປງ​ຕ່ຳ,ນອກ​ນີ້, ບໍລິສັດ​ຈົ່ງ​ເຊີ​ຈີນ​​ໄດ້​ສ້າງ​ຕັ້ງ​ໂຮງງານ​ຢູ່​ເມືອງ​ອີ​ໂປ(lpoh)ປະ​ເທດ​ຕົນ. ຂະນະ​ດຽວ​ກັນ, ທ່ານ​ຍັງ​​ໄດ້​ຕີ​ລາຄາ​ສູງ​ຕໍ່​ບໍລິສັດ​ຈົ່ງ​ເຊີ​ຈີນ​ທີ່​ໄດ້​ທົດ​ລອງ​ສ້າງ​ຕັ້ງ​ໂຮງງານ​ຜະລິດ​ແລະ​ຈຳໜ່າຍ​ລົດ​ຢູ່​ມະ​ເລ​ເຊຍ ທັງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫ້​ແກ່ປະຊາ​ຊົນ​ທ້ອງ​ຖິ່ນ​,​ຊຸກຍູ້​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ປະ​ເທ​ດຕົນ​ໃຫ້​ມີ​ການຂະຫຍາຍຕົວ​ຕື່ມ​ອີກ ​ແລະ​ສົ່ງ​ເສີມ​ການ​ໂອນ​ເຕັກນິກ​ອຸດສາຫະກຳ. ​ແນວ​​ໃດ​ກໍ​ດີ, ມາ​ເລ​ເຊຍ-ຈີນ​ຈະ​ສຸມ​ໃສ່​ການ​ຮ່ວມ​ມື​ຍາວ​ນານ​ໂດຍ​ບໍ່​ພຽງ​ແຕ່​ຈະ​ພັດທະນາ​ໂຮງງານ​ຈົ່ງ​ເຊີ​ຈີນ​ປະຈຳ​ມາ​ເລ​ເຊຍ​ໃຫ້​ເປັນສູນ​ຜະລິດ​ຂອງ​ມະ​ເລ​ເຊຍ​ເທົ່າ​ນັ້ນ, ຍັງ​ຈະ​ຊ່ວຍ​ສ້າງ​​ໂຮງງານ​ນີ້​ໃຫ້​ເປັນ​ສູນ​ຜະລິດ​ຂອງ​ອາ​ຊຽນອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ