ສະຖານກົງສຸນ​ໃຫຍ່​ຈີນ​ປະຈຳ​​ອິສຕັນ​ບຸນຂອງຕ​ວກກີ​ເຕືອນ​ໃຫ້​ຊາວ​ຈີນ​ຢູ່​ຕວກກີລະວັງຄວາມ​ປອດ​ໄພ
2017-04-16 17:02:34  cri 
ວັນ​ທີ 15 ​ເມສາ​ນີ້, ສະຖານ​ກົງສຸນ​ໃຫຍ່​​ຈີນ​​ປະຈຳ​ເມືອງອິສຕັນ​ບຸນຂອງ​ຕວກກີ​ກ່າວ​ຄຳ​ເຕືອນ​ດ້ານ​ຄວາມ​ປອດ​ໄພ​ອີກ​ເທື່ອ​ໜຶ່ງ, ​​ໂດຍ​ໃຫ້​ຊາວຈີນ​ຢູ່​ຕວກກີ​ລະວັງ​ຄວາມ​ປອດ​ໄພ​ຂອງ​ຕົນ​ໃນ​ໄລຍະ​ກ່ອນ​ແລະ​ຫຼັງ​ການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ການດັດ​ແກ້​ລັດຖະທຳ​ມະນູນ, ຍົກ​ສູງ​ສະຕິ​ລະວັງ​ຕົວ​ດ້ານ​ຄວາມ​ປອດ​ໄພ.

ຄຳ​ເຕືອນ​ແຈ້ງ​ໃຫ້​ຊາບ​ວ່າ, ຕວກກີ​ຈະ​ຈັດການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ການດັ​ດ​ແກ້​ລັດຖະທຳ​ມະນູນ​ໃນ​ວັນ​ທີ 16 ​ເມສາ​ນີ້, ປັດ​ຈຸ​ບັນ​ນີ້, ສະພາບ​ຄວາມ​ສະຫງົບ​ຂອງ​ສັງຄົມ​ຕວກກີ​ມີ​ຄວາມ​ອ່ອນ​ໄຫວ​ແລະ​ສັບສົນ.
ສະຖານກົງສຸນ​ໃຫຍ່​ເຕືອນ​ໃຫ້​ຊາວ​ຈີນ​​ແລະ​ຈີນ​ຕ່າງ​ດ້າວ, ພະນັກ​ງານ​ວິ​ສາ​ຫະກິດ​ທີ່​ລົງທຶນ​ໂດຍ​ຈີນ, ນັກ​ສຶກສາ​ຈີນ​ແລະ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່ຢູ່​ຕວກກີ​ຈົ່ງ​ຕິດຕາມສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ສັງຄົມ​ຕວກກີ​ຢ່າງ​ໃກ້ຊິດ, ຍົກ​ສູງ​ສະຕິ​ລະວັງ​ຕົວຢ່າງ​ແທ້​ຈິງກ່ອນ​ແລະ​ຫຼັງ​ຈັດການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ການດັ​ດ​ແກ້​ລັດຖະທຳ​ມະນູນ, ພະຍາຍາມ​​​ເດີນທາງ​ເປັນ​ກຸ່ມ​ແລະ​ຫຼີກ​ເວັ້ນບໍ່​ອອກ​ໄປ​ໃນ​ກາງຄືນ​, ​ໄປ​ຫຼື​ໃກ້​ເຂົ້າສະຖານ​ທີ່​ມີ​ຄົນ​ຫຼາຍ​ດ້ວຍ​ຄວາມ​ຢ່າງໃກ້​ເຂົ້າ​ກຸ່ມ​ກັບ​ການ​ລະມັດລະວັງ.

​ເນື່ອງ​ຈາກ​ວ່າສະຖານະ​ການ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ຂອງ​ຕວກກີ​ມີ​ຄວາມວຸ້ນວາຍ​​ໃນ​ປີຜ່ານມາ, ສະຖານທູດ​ແລະສະຖານ​ກົງສຸນ​​ໃຫຍ່​​ຈີນ​ປະຈຳ​​ຕວກກີ​ໄດ້​ກ່າວ​ຄຳ​ເຕືອນ​ດ້ານ​ຄວາມ​ປອ​ດ​ໄພ​ຫຼາຍ​​ເທື່ອ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ