ອະດີດລັດຖະມົນຕີ​ກະຊວງ​ການ​ເງິນອາ​ເມ​ລິ​ກາ​ກ່າວ​ວ່າ: ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ອາ​ເມ​ລິກາ​ກັບ​ຈີນ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ ມີ​ຜົນ​ປະ​ໂຫຍ​ດ​ຕໍ່​ທົ່ວ​ໂລກ
2017-04-16 17:03:06  cri 
ຕາມຂ່າວCRI: ວັນ​ທີ 14 ​ເມສາ​ນີ້, ທ່ານ​ຈາ​ຄົບ ລູ, ອະດີດລັດຖະມົນຕີ​ກະຊວງ​ການ​ເງິນອາ​ເມ​ລິ​ກາກ່າ​ວວ່າ, ການ​ສ້າງ​​ການ​ພົວພັນຮ່ວມ​ມືດ້ານ​ເສດຖະກິດການ​ຄ້າ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ອາ​ເມ​ລິ​ກາ​ກັບ​ຈີນເທົ່າ​ນັ້ນ, ​ຍັງ​ຈະ​ເຮັດ​ໃຫ້​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ວັນ​ທີ 14 ​ເມສາ​ນີ້, ທ່ານ​ຈາ​ຄົບ ລູກ່າວ​ໃນ​ເວທີ​ປຶກສາ​ຫາລືການ​ຈ້ອງ​ມອງ​ປະ​ເທດ​ຈີນ​ຄັ້ງ​ທີ 6 ຢູ່​ມະຫາວິທະຍາ​ໄລ​ໂກ​ລົມ​ບີ​ວ່າ, ອາ​ເມ​ລິ​ກາ​ກັບ​ຈີນ​ມີ​ໂອກາດ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​​ຜົນ​ປະ​ໂຫຍ​ດຫຼາຍ​​ໃນ​ດ້ານ​ການ​ລົງທຶນ​ແລະ​ການ​ຄ້າ​, ຕົວຢ່າງ​ຄື​ອາ​ເມ​ລິ​ກາລົງທຶນ​ຕໍ່​ຈີນ​ສາມາດ​ຊ່ວຍ​ຈີນ​ຍົກ​ສູງ​ລະດັບ​ກາ​ນພັດທະນາ​ຂອງ​ຂະ​ແໜງ​ການບໍລິການ​ຕ່າງໆ​ເຊັ່ນ​ການ​ທະນາຄານ, ການ​ປະກັນ​ໄພ​ແລະ​ອື່ນໆ​​ຕື່ມ​ອີກ, ​ສ່ວນຈີນລົງທຶນ​ຕໍ່​ອາ​ເມ​ລິ​ກາສາ​ມາດ​ຊ່ວຍ​​ອາ​ເມ​ລິ​ກາ​ສ້າງວຽກ​ເຮັດ​ງານ​ທຳຫຼາຍ​ກວ່າ​ເກົ່າ.

ທ່ານຈາ​ຄົບ ລູກ່າວ​ວ່າ, ຍ້ອນ​ໄດ້​ພິຈາລະນາ​ເຖິງ​ຂະໜາດ​ເສ​ດຖະກິດ​ແລະ​ຜົນກະທົບ​ຕໍ່​ເສດຖະກິດ​ໂລກ​ຂອງ​ອາ​ເມ​ລິ​ກາ​ກັບຈີນ, ທົ່ວ​ໂລກໄດ້ສຸມ​ສາຍຕາ​ໃສ່​ທ່າ​ອ່ຽງຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​. ທ່ານ​ເຫັນ​ວ່າ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​​ໂລກ​ໃນ​ປັດ​ຈຸ​ບັນ​ນີ້​ອາດຈະ​ບໍ່​ແຂງ​ແຮງ​ຄື​​ໄລຍະ​ຜ່ານ​ມາ, ​ແຕ່​ວ່າ​ປັດຈຸບັນ​ເປັນການ​ເຕີບ​ໂຕ​​ແບບ​ຍືນ​ຍົງ, ​ໂດຍ​ສະ​ເພາະ​​​ແມ່ນ​ສະພາບການຂະຫຍາຍຕົວ​ດ້ານ​ເສດຖະກິດ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ທີ່​ຖືກ​ຖື​ເປັນ "​​ເຄື່ອງ​ຊ່ວຍ​ຮັກສາ​ຄວາມ​ໝັ້ນ​ທ່ຽງ" ຂອງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະກິດ​​ໂລກ​ໄດ້ມີ​ຄວາມ​ໝັ້ນ​ທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ