ຈຳນວນຄົນຮ່ວມ​ເລືອກ​ຕັ້ງປະທານາທິບໍດີ​ຊຸດ​ໃໝ່ຂອງ ສ ​ເກົາຫຼີ​ສ້າງ​ສະຖິຕິ​ສູງ​ສຸດ
2017-04-17 11:01:45  cri 
ການ​ຈົດ​ທະບຽນ​ຜູ້​ສະ​ໝັກ​ຮັບ​ເລືອກຕັ້ງ​ປະທານາທິບໍດີ​ຊຸດ​ທີ 19 ຂອງ​ ສ ​ເກົາຫຼີ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 16 ​ເມສາ​ນີ້​ໂດຍ​ຈຳນວນ​ຄົນ​ຈົດ​ທະບຽນ​ຮ່ວມ​ເລືອກ​ຕັ້ງ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ຄັ້ງໃໝ່​ທຽບ​ໃສ່​ທຸກ​ຊຸດ​ຜ່ານ​ມາ ຂະນະ​ທີ່​ການ​ຫາ​ສຽງ​ຈະ​ເລີ່​ມຕົ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 17 ​ເມສາ​ນີ້.

ຂ່າວສານ​ໂຢນຮັບ​ສ ​ເກົາຫຼີ​ລາຍ​ງານ​ວ່າ: ຄະນະ​ກຳມະການ​ຄຸ້ມ​ຄອງ​ການ​ເລືອກຕັ້ງ​ສູນ​ກາງ​ ສ ​ເກົາຫຼີ​ແຈ້ງ​ວ່າ: ​ການ​ຈົດ​ທະບຽນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​​ເມື່ອວັນ​ທີ 15-16 ​ເມສາ​ນີ້, ມີ​ສະມາຊິກ​ຂອງພັກ​​ຕ່າງໆ​ລວມ 15 ຄົນ​ໄດ້ມາ​ຈົດ​ທະບຽນ ​ເຊິ່ງ​ຫຼາຍ​ກວ່າຈຳນວນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ຊຸດ​ທີ 4 ​ແລະ​ຊຸດ​ທີ 17 ທີ່​ມີ​ຈຳນວນ 12 ຄົນ ​ຖື​ວ່າ​ໄດ້​ສ້າງ​ສະຖິຕິ​ສູງສຸດ​ຄັ້ງ​ໃໝ່​.

ຂ່າວ​ແຈ້ງວ່າ, ວັນ​ທີ 9 ພຶດສະພາ​ໜ້າ​ນີ້​ເປັນ​ວັນ​ປ່ອນ​ບັດ​ຢ່າງ​ເປັນ​ທາງ​ການ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໂດຍ​ບັນດາຜູ້​ສະໝັກ​ຮັບ​ເລືອກ​ຕັ້ງສາມາດ​ຫາສຽງ​ໃນ​ລະຫວ່າງ​ວັນ​ທີ 17 ​ເມສາ​ຫາ​ວັນ​ທີ 8 ພຶດສະ​ພາ. ຂະນະ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທຸກ​ຄົນ​ລ້ວນ​ແຕ່​ສາມາດ​ອອກສຽງ​ສະໜັບສະໜູນ​ຫຼື​ຄັດ​ຄ້ານ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ ​ແຕ່​ຫ້າມ​ບໍ່​ໃຫ້​ໃສ່​ຮ້າຍ​ປ້າຍ​ສີ​ຫຼື​ສ້າງ​ຂ່າວ​ລືກ່ຽວ​ກັບ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ພ້ອມ​ຄອບຄົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ