ພົບຜະລິດ​ຕະພັນ​ຊີ້ນ​ເສຍ​ຄຸນຢູ່ເບ​ຣຊິນ, 63 ຄົນ​ຖືກ​ກ່າວ​ຟ້ອງ
2017-04-17 14:39:57  cri 
​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເບຣຊິນ​ຢືນຢັນ​ໃ​ນວັນທີ 16 ​ເມສາ​ນີ້​ວ່າ:  63 ຄົນ​ຈະ​ຖືກ​ກ່າວ​ຟ້ອງ​ຍ້ອນ​ກ່ຽວຂ້ອງ​ກັບ​ຜະລິ​ດຕະພັນ​ຊີ້ນ​ທີ່​ເສຍ​ຄຸນ​ນະພາ​ບ​ ເຊິ່ງຖືກສື່​ມວນ​ຊົນ​ເປີດ​ເຜີຍ​ຂ່າວໃນ​ເດືອນ​ແລ້ວ​ນີ້.

63 ຄົນ​ດັ່ງກ່າວ​ລວມ​ເອົາ ຜູ້​ຮັບຜິດຊອບທີ່​ກ່ຽວຂ້ອງ​ຂອງ​ບໍລິ​ສັດ​ຜະລິດ​ຊີ້ນ ​ແລະ​ເຈົ້າ​ໜ້າ​ທີ່​ຊີ້​ນຳ​ວຽກກວດ​ຄຸນ​ນະພາ​ບບາງ​ຄົນ​ໃນ​ເລື່ອງດັ່ງກ່າວ ​ແລະ​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ​ຕ່າງໆ​ເປັນ​ຕົ້ນ​ການ​ໃຫ້​ສິນ​ບົນ, ການ​ກິນ​ສິນ​ບົນ, ການລະ​ເຫຼີງ​ໜ້າ​ທີ່, ການນຳ​ໃຊ້​ເງິນ​ຫຼວງ​ໄປ​ທາງ​ບໍ່​ຖືກຕ້ອງ, ການ​ປອມ​ແປງ​ໃບຢັ້ງຢືນ​ຄຸນ​ນະພາ​ບ, ການ​ຄ້າຂາຍ​ອາຫານ​ເສຍ​ຄຸນ​ນະພາ​ບ, ການ​ທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ເສດຖະກິດ​ ແລະ​ອື່ນໆ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເບຣຊິນ​ປະກາດ​ໃນ​ວັນ​ທີ 17 ​ມີນາ​ຜ່ານ​ມາ​ວ່າ ປະ​ເທດ​ຕົນ​ມີ​ຫຼາຍ​ບໍລິສັດ​ຖືກ​ຢືນຢັນ​ວ່າ​ໄດ້​ຈຳໜ່າຍ​ອາຫານ​ປະ​ເພດ​ຊີ້ນ​ເສຍ​ຄຸນ​ນະພາ​ບ ທັງ​ຢືນຢັນ​ວ່າ ​ເຈົ້າ​ໜ້າ​ທີ່​ຂະ​ແໜງ​ກະສິກຳ​ຂອງ​ຫຼາຍ​ທ້ອງ​ຖິ່ນ​ໄດ້​ຮັບ​ສິນ​ບົນ​ແລ້ວ​ປ່ອຍ​ໃຫ້​ຜະລິດ​ຕະພັນ​ຊີ້ນ​​ເສຍ​ຄຸນ​ນະພາ​ບນັ້ນ​ເຂົ້າ​ຕະຫຼາດ ​ເຊິ່ງ​ເຫດ​ດັ່ງກ່າວ​ເຮັດ​ໃຫ້​ຫຼາຍ​ປະ​ເທດ ​ແລະ​ເຂ​ດ​ແຄວ້ນ​ຢຸດ​ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ຊີ້ນ​ຂອງ​​ເບຣຊິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ