ສວນ​ພືດ​ສະຖາ​ບັນວິທະຍາສາດຈີນ​ຈັດ​ງານ​ວາງສະ​ແດງ​ດອກ​ໄມ້​ແລະ​ສວນ​ຄັ້ງ​ທີ 6
2017-04-17 15:49:43  cri 

ງານ​ວາງສະ​ແດງ​ດອກ​ໄມ້​ແລະ​ສວນ​ຊື່​ດັງ​ຂອງ​ສວນ​ພືດ​ສະຖາບັນ​ວິທະຍາສາດ​ຈີນ​ຄັ້ງ​ທີ 6 ​​ໃນ​ຫົວ​ຂໍ້ "ດອກ​ເຜິ້ງທຳ​ມະ​ຊາດ,ຂອງຂວັນ​ຈາກ​ທຳ​ມະ​ຊາດ"ໄດ້​ຈັດ​ຂຶ້ນ​ຢູ່​ສວນ​ພືດ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ໃນ​ຫວ່າ​ງກ່ອນ​ນີ້​ບໍ່​ດົນ ​ເຊິ່ງ​ເປັນ​ງານ​ວາງສະ​ແດງ​ພືດ​ປະ​ເພດ​ດອກ​ເຜິ້ງ​ເຂດ​ຮ້ອນ​ນານາ​ພັນ​ທີ່​ລວມ​ເອົາ​ການ​ອະນຸ​ລັກພືດ,ສິນລະປະການ​ເຮັດ​ສວນ,ວິທະຍາສາດ​ແລະ​ສິລະ​ປະກຳ ​ໂດຍ​ມີ​ຈຸດປະສົງ​ເພື່ອ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ການ​ອະນຸລັກ​ດອກ​ເຜິ້ງ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ໃນ​ນີ້, ຈຸດ​ເດັ່ນ​ຂອງ​ງານ​ວາງສະ​ແດງ​ຄັ້ງ​ນີ້​ຄື​ກິດຈະກຳ​ສົ່ງ​ດອກ​ເຜິ້ງ​ເຂົ້າ​ບ້ານ​ແລະ​ດອກ​ເຜິ້ງກັບ​ຄືນ​ສູ່​ທຳ​ມະ​ຊາດ ​ເຊິ່ງມີ​ຈຸດປະສົງ​ເພື່ອ​ຍົກ​ສູງ​ສະຕິ​ອະນຸລັກ​ດອກ​ເຜິ້ງຂອງ​ມວນຊົນ​​ເຂດ​ຊຸມ​ຊົນ​ແລະ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ພາ​ກັນ​ອະນຸລັກ​ດອກ​ເຜິ້ງ. ​ໃນ​ພິທີ​ເປີດ​ງານ​ວາງສະ​ແດງ​ດັ່ງກ່າວ, ຜູ້ຕາງໜ້າ​ຊາວ​ບ້ານ​ບໍລິ​ເວນ​ໃກ້​ຄຽງ​ 70 ຄົນໄດ້​ສັນຍາ​ຮັບ​ພາລະ​ການ​ບົວລະບັດ​ເບັ້ຍ​ດອກ​ເຜິ້ງທີ່​ບົ່ງ​ເພາະ​ໂດຍ​ສວນ​ພືດ​ສິບ​ສອງ​ພັ່ນ​ນາ ​ແລະ​ໃນ​ຕໍ່ໜ້າ,ສວນ​ພືດ​ດັ່ງກ່າວ​ຍັງ​ຈະ​ຈັດການ​ຝຶກ​ອົບຮົມ​ຄວາມ​ຮູ້​ປູກ​ແລະ​ບົວລະບັດ​ຄຸ້ມ​ຄອງ​ດອກ​ເຜິ້ງ​ໃຫ້​ຊາວບ້ານ ທັງ​​ໃຫ້ການ​ຊີ້​ນຳ​ແລະ​ຕິດຕາມ​ເປັນ​ປະຈຳ​ເພື່ອ​ເພີ່ມ​ທະວີ​ການ​​ເຄື່ອນ​ໄຫວ​ອະນຸລັກ​ດອກ​ເຜິ້ງ​ໃນ​ຕົວ​ຈິງ​ຂອງ​ຊາວບ້ານ​ຄື​ປູກ​ແລະ​ອະນຸລັກ​ຮັກສາ​ດອກ​​ເຜິ້ງ ​ເພື່ອ​​ເຮັດ​ໃຫ້​ຊາວບ້ານມີ​ລາຍ​ຮັບ​ເພີ່ມ​ຂຶ້ນ.

ງານ​ວາ​ງສະ​ແດງ​ດອກ​ໄມ້​ແລະ​ສວນ​ຊື່​ດັງ​ລິ​ເລີ່​ມ​ໂດຍ​ຄະນະ​ກຳມະການ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ນິຍົມ​ວິທະຍາສາດ​ສວນ​ພືດ​ສະຖາ​ບັນ​ວິທະຍາສາດ​ຈີນ ​ເຊິ່ງຈຸດປະສົງ​ກໍ​ເພື່ອ​ເກັບ​ໂຮມ​ແລະ​ຮັກສາ​ຊັບພະຍາກອນ​ດອກ​ໄມ້​ແລະ​ຕົ້ນ​ໄມ້​ຊື່​ດັງ​ທີ່​ມີ​ເອກະລັກ​ສະ​ເພາະ ທັງ​ຍົກ​ສູງ​ສະຕິ​ການ​ມີ​ສ່ວນ​ຮ່ວມ​ແລະ​ອະນຸລັກ​ຂອງ​ມວນ​ຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ