ຝ່າຍ​ສະໜັບສະໜູນ​ທ່ານ​ທຣຳ​ແລະ​ຝ່າຍ​ຄັດຄ້ານ​​ຕີ​ກັນ​ໃນ​ຂະ​ບວນແຫ່​ປະ​ທ້ວງ​ທົ່ວ​ປະ​ເທດ
2017-04-17 15:24:04  cri 

ການ​ແຫ່​ຂະ​ບວນປະ​ທ້ວງທີ່​ເອີ້ນ​ວ່າ "​ແຈ້ງ​ສ່ວຍ​ສາ​ອາກອນ" ຂອງ​ປະຊາຊົນ​ອາ​ເມ​ລິ​ກາ​ໄດ້​ເກີດ​ຂຶ້ນຢູ່​ນະຄອນ​ນິວຢອກ, ນະຄອນຫຼວງວໍ​ຊິງ​ຕັນ ​ແລະ ຕົວ​ເມືອງ​ອື່ນໆ 150 ກວ່າ​ຕົວ​ເມືອງ​ໃນ​ວັນ​ທີ 15 ​ເມສາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ ​ໂດຍ​ກຸ່ມ​ແຫ່​ຂະ​ບວນ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​​ໂດ​ນັນ ທຣຳ ປະທານາທິບໍດີ​ຈົ່ງ​ແຈ້ງ​ບັນຊີ​ການມອບ​ສ່ວຍ​ສາ​ອາກອນ​ຂອງ​ຕົນ.

 ​ເຄືອ​ຂ່າຍຂ່າວ​ໂທລະພາບ​ເຄ​ເບີ​ນອາ​ເມ​ລິ​ກາ ຫຼື CNN ລາຍ​ງານ​ໃນ​ວັນ​ທີ 16 ​ເມສາ​ນີ້​ວ່າ, ຜູ້​ສະໜັບສະໜູນ​ທ່ານ​​ໂດ​ນັນ ທຣຳ ​ແລະ​ຜູ້​ຄັດຄ້ານ ທັງ​ໝົດຫຼາຍຮ້ອຍຄົນ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ຢູ່​ເມືອງ​ເບີ​ເຄລີ ລັດກາລີ​ຟໍ​ເນຍ ສົ່ງ​ຜົນ​ເຮັດ​ໃຫ້ 11 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ນີ້​ມີ 7 ຄົນ​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ. ​ໃນ​ເຫດການ​ດັ່ງກ່າວ, ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້​ຈັບຜູ້​ກໍ່​ເຫດ 21 ຄົນ, ຂະນະ​ທີ່​ລົດ​ໄຟ​ໃຕ້​ດິນ​ໃຈກາງ​ເມືອງ​ດັ່ງກ່າວ​ກໍ​ຈຳ​ເປັນ​ຕ້ອງ​ປິດ​ບໍລິການ​ກວ່າ 3 ຊົ່ວ​ໂມງ​ໃນ​ຕອນ​ທ່ຽງ​ວັນ​ທີ 16 ​ເມສາ​ນີ້.

CNN ລາຍ​ງານ​ຕື່ມ​ວ່າ, ​ເຈົ້າໜ້າ​ທີ່​ຕຳຫຼວດ​ເບີ​ເຄລີ ​ໄດ້​ອອກ​ຖ​ະ​ແຫຼງການວ່າ: ຜູ້ສະໜັບສະໜູນທ່ານ​ທຣຳ ​ໄດ້​ຊຸມນຸມ "ວັນຜູ້​ຮັກ​ຊາດ" ​ໃນ​ຕອນ​ທ່ຽງ​​ວັນ​ດັ່ງກ່າວ ​ແລະ​ໄດ້​ປະ​ທະ​ກັນກັບ​ຜູ້​ຄັດຄ້ານ​ທີ່​ກຳລັງປະ​ທ້ວງ​ຢູ່ບໍລິ​ເວນ​ນັ້ນ. ​ໃນ​ລາຍການ​ໂທລະພາບ​ໄດ້​​ເຜີຍ​ພາບຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ, ບາງ​ຄົນ​ເລືອດ​ໄຫຼລົງຈາກ​ຫົວ ​ເຫັນ​ໄດ້​ຄວາມ​ຮ້າຍ​ແຮງ​ຂອງ​ເຫດການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ