ຮ່າງ​ຍັດຕິ​ການ​ປັບປຸງ​ລັດຖະທຳ​ມະນູນ​ຕວກກີ​ສາມາດ​ຜ່ານ​ຮັບຮອງ​​ໃນ​ການ​ເອົາ​ປະຊາ​ມະຕິ
2017-04-17 16:17:19  cri 

ທ່ານຣີ​ເຄັບ ​ເຕຢິບ ​ເອີ​ໂດ​ກັນ ປະທານາທິບໍດີ​ຕວກກີ​​ໄດ້ປະກາດ​ໃນ​ກາງຄືນວັນ​ທີ 16 ​ເມສາ​ນີ້​ວ່າ: ຮ່າງ​ຍັດ​ຕິ​ປັບປຸງ​ລັດຖະທຳ​ມະນູນ​ທີ່​ສະ​ເໜີ​ໂດຍ​ພັກ​ທ່ຽງ​ທຳ​ແລະ​ພັດທະນາ ​ເຊິ່ງ​ເປັນ​ພັກ​ກຳ​ອຳນາດ ພ້ອມ​ດ້ວຍ​ຜູ້​ສະໜັບສະ​ໜູນ​ ສາມາດ​ຜ່ານ​ຮັບຮອງ​ໃນການ​ເອົາ​ປະຊາ​ມະຕິ​​ໃນ​ມື້​ດຽວ​ກັນ, ຂະນະ​ທີ່​ຕົນ​ຈະ​ຖື​ການ​ຟື້ນ​ຟູ​ການ​ລົງ​ໂທດ​ປະຫານ​ຊີວິດ​ເປັນ​ວຽກ​ງານ​ສຳຄັນ​ທີ່​ສຸດ.

ທ່ານ​ເອີ​ໂດ​ກັນ ​ໄດ້​ເວົ້າຕໍ່​ນັກ​ຂ່າວ​ຢູ່​ເມືອງ​ອິສຕານ​ບຸນ ວ່າ: ຝ່າຍ​ສະໜັບສະໜູນ​ຮ່າງຍັດຕິ ​ໄດ້ 25 ລ້ານ​ບັດ ຫຼາຍກວ່າ​ຝ່າຍ​ຄັດຄ້ານ 1 ລ້ານ 3 ​ແສນ​ບັດ. ທ່ານ​ກ່າວ​ຕື່ມ​ວ່າ: ຕວກກີ​ໄດ້ "ທຳ​ການ​ຕົກລົງ​ຄັ້ງປະຫວັດສາດ" ກ່ຽວ​ກັບ​ໂຄງ​ປະກອບ​ການ​ປົກຄອງ​ປະ​ເທດ, ຂະນະ​ທີ່​ປະ​ເທດ​ທີ່​ຕວກກີ​ຖື​ເປັນ​ພັນທະ​ມິດ​ຄວນ​ເຄົາລົບ​ການ​ຕົກລົງ​ດັ່ງກ່າວ.

ການ​ເອົາ​ປະຊາ​ມະຕິ​ເທື່ອ​ນີ້​ໄດ້​ກ່ຽວ​ພັນ​ເຖິງ​ການ​ດັດ​ແກ້​ລັດຖະທຳ​ມະນູນ 18 ບ່ອນ ​ໃນ​ນີ້​ມາດຕາ​ທີ່​ມີ​ຄວາມ​ຂັດ​ແຍ້​ງທີ່​ສຸດ​ກໍ​ຄື ປ່ຽນ​ລະບອບ​ການ​ເມືອງ​ຂອງສາທາລະນະ​ລັດ​ຕວກກີ​ ຈາກ​ລະບອບ​ລັດຖະສະພາ ມາ​ເປັນ​ລະບອບ​ປະທານາທິບໍດີ​ ຂະນະ​ທີ່​ການ​ດັດ​ແກ້​ລັດ​ຖະທຳ​ມະນູນ​ເທື່ອ​ນີ້​ຈະສົ່ງ​ຜົນ​ເຮັດ​ໃຫ້​ປະທານາທິບໍດີ​ມີ​ສິດ​ອຳນາດ​ຫຼາຍກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ