ຈີນຈະຍິງສົ່ງຍານອະວະກາດຂົນສົ່ງ "ທ່ຽນໂຈ່ 1" ລະຫວ່າງວັນທີ 20-24 ເມສານີ້ ຂະນະທີ່ປັດຈຸບັນ, ລະບົບຕ່າງໆກໍໄດ້ກະກຽມວຽກງານທຸກປະການແລ້ວທີ່ຈະປະຕິບັດໜ້າທີ່ດັ່ງກ່າວ.
"ທ່ຽນໂຈ່ 1" ແມ່ນຍານອະວະກາດຂົນສົ່ງລຳທຳອິດທີ່ຈີນຄົ້ນຄວ້າແລະຜະລິດເອງ ໂດຍຈະ ເຊື່ອມຕໍ່ກັບຫ້ອງທົດລອງອະວະກາດ "ທ່ຽນກົ່ງ 2" ແລະຕື່ມວັດຖຸເຊື້ອໄຟຢູ່ວົງໂຄຈອນ ເພື່ອບຸກທະລຸແລະນຳໃຊ້ເຕັກນິກສຳຄັນ ເປັນຕົ້ນ ຕື່ມວັດຖຸເຊື້ອໄຟໃຫ້ຍານອະວະກາດໃນວົງໂຄຈອນ. ນອກນີ້, ຍານ "ທ່ຽນໂຈ່ 1" ຍັງຈະທົດລອງວິທະຍາສາດ-ເຕັກໂນໂລຢີອະວະກາດຢູ່ຕາມວົງໂຄຈອນອີກດ້ວຍ. ປັດຈຸບັນ, ຍານ "ທ່ຽນໂຈ່ 1" ໄດ້ຂົນສົ່ງໄປເຖິງສະໜາມຍິງສົ່ງແລ້ວ, ສະແດງໃຫ້ເຫັນວ່າ ໄດ້ເຂົ້າສູ່ໄລຍະປະຕິບັດໜ້າທີ່ຍິງສົ່ງຢ່າງເປັນທາງການ.
ປັດຈຸບັນ, ລະບົບຕ່າງໆ ເປັນຕົ້ນ ລະບົບການໃຊ້ປະຍຸກອະວະກາດ, ລະບົບສະໜາມຍິງສົ່ງໄຫຫຼຳ, ລະບົບຕິດຕາມແລະສື່ສານ, ລະບົບສະຖານີອະວະກາດ ແລະອື່ນໆ ໄດ້ກະກຽມວຽກງານທຸກປະການຮຽບຮ້ອຍແລ້ວເພື່ອປະຕິບັດໜ້າທີ່ຍິງສົ່ງດັ່ງກ່າວ.