ປີ 2016 ​ຈຳນວນ​ຊາວ​ຕ່າງປະ​ເທດ​ທີ່​ມາ​ເຮັດ​ວຽກ​ຢູ່​ຈີນມີຫຼາຍ​ກວ່າ 9 ​ແສນ​ເທື່ອ​ຄົນ
2017-04-17 11:07:03  cri 
ວັນ​ທີ 16 ​ເມສາ​ນີ້, ທ່ານ ຈ່າງ​ຈ້ຽນ​ໂກ໋ ຫົວໜ້າ​ອົງການ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ​​ໃນ​ປີ 2016, ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ແລະຊາວຕ່າງປະເທດທົ່ວ​ໄປທີ່ມາເຮັດວຽກຢູ່ຈີນມີ​ຈຳນວນຫຼາຍກວ່າ 9 ແສນເທື່ອຄົນ.

ທ່ານ ຈ່າງຈ້ຽນໂກ໋ ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ຂະນະ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລກປ່ຽນ​ບຸກຄະລາ​ກອນ​ສາກົນ​ຈີນ​ຄັ້ງ​ທີ 15 ຢູ່​ເມືອງ​ເຊີ່ນ​ເຈີ້​ນຂອງ​ຈີນ. ຂະນະ​ດຽວ​ກັນ ທ່ານ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ: ຈຳນວນຜູ້​ຊ່ຽວຊານ​ຕ່າງປະ​ເທດ​ທີ່​ມາ​ເຮັດ​ວຽກ​ຢູ່​ຈີນ​ໃນ​ຊຸມ​ປີ 1980 ຍັງບໍ່ພໍ 1 ໝື່ນ​ເທື່ອ​ຄົນ​ຕໍ່​ປີ.

ນັບ​ແຕ່​ສ້າງ​ຕັ້ງ​ກອງ​ປະຊຸມ​ແລກປ່ຽນ​ບຸກຄະ​ລາກ​ອນສາກົນ​ຈີນ​ໃນ​ປີ 2001 ​ເປັນ​ຕົ້ນ​ມາ ກໍ​ໄດ້​ດຶງ​ດູດບຸກຄະລາ​ກອນ​ປະ​ເພດ​ຕ່າງໆ​ເຊັ່ນ: ​ນັກວິຊາການ, ຜູ້​ຊ່ຽວຊານ​, ບຸກຄະລາ​ກອນ​ສັນຊາດ​ຕ່າງປະ​ເທດ, ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ຮຽນ​ຢູ່​ຈີນ, ບຸກຄະລາ​ກອນ​ຈົບ​ຈາກ​ຕ່າງປະ​ເທດ ແລະ​ບຸກຄະລາ​ກອນ​ທີ່​ດີ​ເດັ່ນ​ພາຍ​ໃນ​ປະ​ເທດ​ເປັນ​ຕົ້ນ, ບຸກຄະລາ​ກອນ​ສັນຊາດຕ່າງປະ​ເທດ​ທີ່​ມາເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​​ເພີ່ມ​ຂຶ້ນ​ເລື້ອຍໆ ​ເຊິ່ງ​ໄດ້​ກວມ​ເອົາ​ຈຳນວນປະ​ເທດ​ນັບ​ມື້​ນັບກວ້າງຂວາງ​ອອກ. ປີ 2001, ບຸກຄະລາ​ກອນ​ສັນຊາດ​ຕ່າງປະ​ເທດ​ໄດ້​ມາ​ຈາກ 21 ປະ​ເທດ ​ແລະ​ເຂດ​ແຄວ້ນ, ປີ 2008 ​ສູງ​ຂຶ້ນ​ເປັນ 40 ປະ​ເທດ​ ແລະ​ເຂດ​ແຄວ້ນ ​ແລະ​ປີ 2016 ​ສູງ​ເຖິງ 73 ປະ​ເທດ​ ແລະ​ເຂດ​ແຄວ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ