ກອງ​ປະຊຸມ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​​ລະຫວ່າງ​ຈີນ-ຫວຽດນາມ​ຄັ້ງ​ທີ 10 ຈັດ​ຂຶ້ນ​​ຢູ່​ນະຄອນຫຼວງ​ປັກ​ກິ່ງ
2017-04-17 16:11:46  cri 
ກອງ​ປະຊຸມ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ລະ​ຫວ່າງຈີນ-ຫວຽດນາມ​ຄັ້ງ​ທີ 10 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນວັນ​ທີ 17 ​ເມສາ​ນີ້. ທ່ານ ຢາງ​ເຈ​ສື້ ທີ່​ປຶກສາ​ແຫ່​ງລັດ​ຈີນ ​ແລະ ທ່ານ ຟາມ​ບິງມິ​ງ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຮ່ວມ​ກັນ​ເປັນ​​ເຈົ້າພາບ​​ກອງ​ປະຊຸມ.

​ໂດຍ​ສອງ​ຝ່າຍ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ການ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍນັບ​​ແຕ່​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວລາ​ 10 ປີຜ່ານມາ. ພ້ອມ​ທັງ​ເຫັນ​ດີ​ຈະ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອກະ​ພາບ​ຂອງ​ຜູ້ນຳ​ພັກ-ລັດ​ຂອງ​ສອງ​ປ​ະ​ເທດ​ຢ່າງ​ຕັ້ງໜ້າ,​ຖື​ການ​ລົງ​ເລິກ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ເປັນ​​ຫຼັກ,ປະສານ​ສົມ​ທົບກັນ​ແລະ​ວາງ​ແຜນ ​ງານປະຈຳປີ 2017, ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ "ສອງ​ແລວ​ທາງ​ແລະ​ໜຶ່ງຂອບ​ເຂດ", ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ລົງທຶນ,ຄວາມ​ສາມາດ​ດ້ານ​ການ​ຜະລິດ,ພື້ນຖານ​ໂຄງ​ລ່າງ ​ແລະ ເຂດ​ຮ່ວມ​ມື​​ເສດຖະກິດ​ຂ້າມ​ຊາດ​ເປັນ​ຕົ້ນ, ສືບ​ຕໍ່​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ຝ່າຍ,​ແກ້​ໄຂ​ແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ,ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​​​ທາງທະ​ເລ,ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໃສ.

ຫຼັງ​ກອງ​ປະຊຸມ,ສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມບົດ​ບັນທຶກ​ຄວາມ​ເຂົ້າ​ໃຈຂອງ​ກອງ​ປະຊຸມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ