ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີນີ້ GDP ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 6,9%
2017-04-17 16:13:17  cri 
​ເວັບ​ໄຊ​ອົງການ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ຕາມ​ການ​ຄິດ​ໄລ່​ເບື້ອງ​ຕົ້ນ, ລວມຍອດ​​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຫຼື GDP ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ໄດ້​ບັນລຸ​ເຖິງ18068,3 ຕື້​ຢວນ, ຕາມ​ການ​ຄິດ​ໄລ່​​ລາຄາ​ທີ່​ສາມາດ​ປຽບທຽບ​ໄດ້ ​ໄດ້​ເພີ່ມ​ຂຶ້ນ 6,9% ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​​ເຊິ່ງ​ຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ 1 ປີ​ເຄິ່ງ​ຜ່ານ​ມາ.

ອົງການ​ສະຖິຕິ​ແຫ່ງ​ຊາດ​ຈີນ​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ປີ​ 2017 ຜ່ານ​ມາ​ເສດຖະກິດ​ຈີນ​ໄດ້​ພັດທະນາ​ໄປ​ຕາມ​ທິດ​ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ​ທີ່​ດີ ​​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າຢ່າງ​ໝັ້ນ​ທ່ຽງ​​ 6 ​ເດືອນ​ທ້າຍ​ປີ 2016 ເປັນ​ຕົ້ນ​ມາ, ​ໄດ້​ບັນລຸການ​ເລີ່​ມຕົ້ນ​ໃໝ່​ທີ່​ດີ ພ້ອມ​ທັງ​ໄດ້​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ບັນລຸ​ເປົ້າ​ໝາຍ​ການ​ຄາດ​ຄະ​ເນ​ລ່ວງ​ໜ້າການ​ພັດທະນາ​ໃນ​ໝົດ​ປີນີ້.

​ເບິ່ງ​ຕາມ​ຂະ​ແໜງ​ການ​ແລ້ວ, ມູນ​ຄ່າ​ຂອງຂະ​ແໜງ​ການ​ທີ​ໜຶ່ງ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້​ໄດ້​ເພີ່ມຂຶ້ນ 865,4 ຕື້​ຢວນ, ​ເພີ່ມ​ຂຶ້ນ 3,0% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ; ມູນ​ຄ່າ​ຂອງ​ຂະ​ແໜງ​ການ​ທີ​ສອງ​ໄດ້​ເພີ່ມ​ຂຶ້ນ 7000,5 ຕື້​ຢວນ, ​ເພີ່ມ​ຂຶ້ນ 6,4% ​ແລະ ມູນ​ຄ່າ​ຂອງ​ຂະ​ແໜງ​ການ​ທີ​ສາມ​ໄດ້​ເພີ່ມ​ຂຶ້ນ 10202,4 ຕື້ຢວນ,​ ເພີ່ມ​ຂຶ້ນ 7,7% ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ