ການ​ສືບສວນ​ຕໍ່​ການ​ກໍ່​ລັດຖະປະຫານ​ບໍ່​ປະສົບ​ຜົນສຳ​ເລັດຂອງ​ຕວກກີ​ມີ​ສ່ວນ​ກ່ຽວ​ຂ້ອງກັບອະດີດ​ຫົວໜ້າ ​CIA
2017-04-17 16:14:15  cri 

ສື່​ມວນ​ຊົນ​ຕວກກີລາ​ຍງານ​ໃນວັນ​ທີ 15 ​ເມສາ​ນີ້ວ່າ​: ການ​ສືບສວນ​ຕໍ່​ການ​ກໍ່​ລັດຖະປະຫານ​ການ​ທະຫານ​ທີ່​ບໍ່​ປະສົບ​ຜົນສຳ​ເລັດ​ໃນ​ປີ​ກາຍ​ຂອງລັດຖະບານ​ຕວກກີ​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ກັບທ່ານ ຈອນ ​ບເຣັນນານ ອະດີດ​ຫົວໜ້າ​ອົງການ​ຂ່າວລັບ​ຫຼື CIA ຂອງ​ອາ​ເມ​ລິ​ກາ​ ແລະ​ຊາວ​ອາ​ເມ​ລິ​ກາ​​ເບຼັນ​ຄົນ​ອື່ນໆຫຼາຍ​ຄົນ.

ຕາມ​ສຳນັກ​ຂ່າວສານ​ອານາ​ໂດ​ລູຂອງ​ຕວກກີລາ​ຍງານ​ວ່າ: ຫ້ອງການ​ເຈົ້າ​ໜ້າ​ທີ່​​ໄອ​ຍະການຜູ້​ທີ​ໜຶ່ງ​ຂອງ​ອິສຕັນ​ບູນ​ໄດ້​ດຳ​ເນີນ​ການ​ສືບສວນ​ຕໍ່​​ຜູ້​ກໍ່​ລັດຖະປະຫານ​ທີ່​ສຳຄັນ 17 ຄົນ ​ແລະ​ບຸກຄົນ​ທີ່ມີ​ສ່ວນ​ກ່ຽວຂ້ອງ​ກັບ "ການ​ເຄື່ອນ​ໄຫວ​ກູ​ເລັນ" ທີ່​ນຳພາ​ໂດຍ​ທ່ານ​ເຟັດ​ຮູ​ລາ ກູ​ເລັນ ບຸກຄົນ​ສາດສະໜາ​ຂອງ​ຕວກກີ​ທີ່​ອາ​ໄສ​ຢູ່​ອາ​ເມ​ລິ​ກາ, ​ໃນ​ນັ້ນ​ລວມທັງທ່ານ ຈອນ ​ເບຼັນນານ, ທ່ານ​ຈາລິ​ສ ຊູ​ເມີ ສະມາຊິກ​ສະພາ​ສູງ​ຂອງ​ລັດນິວຢອກ, ທ່ານ ​ເຮັນຣີ ບາ​ກີ ຫົວໜ້າ​ໂຄງການ​ຕາ​ເວັນ​ອອກ​ກາງຂອງ "ສູນ​ນັກວິຊາການ​ສາກົນ​ວຸດຣາວ ວີ​ວຊອນ" ທີ່​ເປັນ​ສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິວໍຊິງ​ຕັນ ​​ແລະ​ອື່ນໆ​ຂອງ​ອາ​ເມ​ລິ​ກາ.

ຂ່າວ​ແຈ້ງວ່າ: ຜູ້​ກໍ່​ລັດຖະປະຫານ​ທີ່​ສຳຄັນ 17 ຄົນ​ດັ່ງກ່າວຖືກ​ຮ້ອງ​ຟ້ອງ​​ໃນ​ຂໍ້​ກ່າວ​ຫາ​ຖືກ​ສົງ​ໄສ​ໂຄ່ນ​ລົ້ມລັດຖະບານ​ແລະ​ລັດຖະທຳ​ມະນູນ​ຂອງ​ຕວກກີ,​ ​ສຳລັບຜູ້​ຕ້ອງ​ສົງ​ໄສ​ຕ່າງປະ​ເທດ ຫ້ອງການ​ເຈົ້າ​ໜ້າ​ທີ່​​ໄອ​ຍະ​ການ​ຜູ້​ທີ​ໜຶ່ງ​ຂອງ​ອິສຕັນ​ບູນອາດ​ຈະຮ້ອງ​ຂໍ​ຕໍ່​ອົງການ​ຕຳຫຼວດອາຍາສາກົນ ​ແລະ​ອອກ​ຄຳ​ສັ່ງໝາຍ​ຈັບສີ​ແດງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ