ວັນທີ 16 ເມສາ ນີ້, ສະຖານທູດລາວ ຢູ່ນະຄອນຫລວງປັກກິ່ງ ໄດ້ຈັດພິທີ ບາສີສູ່ຂວັນ ເພື່ອສະເຫລີມສະຫລອງ ບຸນປີໃໝ່ລາວ ພສ 2560 ຂື້ນຢ່າງຄຶກຄື້ນມວ່ນຊື່ນ ໂດຍມີທ່ານ ນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ, ພອ້ມດວ້ຍ ບັນດາພະນັກງານແລະ ນັກສຶກສາເຂົ້າຮວ່ມ 300 ກວ່າຄົນ.
ໃນໂອກາດ ອັນເປັນສິລິມຸງຄຸນນີ້, ທ່ານ ນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນໄດ້ກ່າວຄຳ ພອນໄຊອັນປະເສີດ ມາຍັງການນຳພັກລັດ, ພະນັກງານ, ທະຫານ, ຕໍາຫລວດ,ນັກວິຊາການ ພອ້ມດວ້ຍນັກສຶກສາ ແລະ ນັກຮຽນຮູ້ປັນຍາຊົນທຸກຄົນ ທີ່ກຳລັງປະຕິບັດໜ້າທີ່ວຽກງານຂອງຕົນ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ອາຍຸໝັ້ນຂວັນຍືນ, ຈົ່ງປະສົບແຕ່ຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານ ຍາດໄດ້ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ,ເພື່ອພອ້ມກັນສືບຕໍ່ປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.
ຫລັງຈາກນັ້ນ,ກໍ່ໄດ້ບາສີສູ່ຂວັນອວຍພອນເຊິ່ງກັນແລະກັນ,ສະແດງ ສິລະປະ-ວັດ ທະນະທຳ, ຂັບລຳ,ຮອ້ງເພັງ, ອ່ານກາບກອນອວຍພອນປີໃໝ່ ພອ້ມທັງຈັບສະຫລາກມອບລາງວັນໃຫ້ຜູ້ໂຊກດີ, ເຊິ່ງໄດ້ສ້າງຄວາມເບີກບານມວ່ນຊື່ນ ແລະມີຄວາມໝາຍຄວາມສຳຄັນທີ່ສຸດ.