ສະຖານ​ທູດລາວ​ປະຈຳ​ ສປ ຈີນ ສະ​ເຫລີ​ມສະຫລອງບຸນ​ປີໃໝ່ລາວ ພສ 2560.
2017-04-17 16:45:30  cri 

 ​ວັນ​ທີ 16 ​ເມສາ ນີ້, ​​ສະຖານທູ​ດລາວ ຢູ່ນະຄອນຫລວງ​ປັກ​ກິ່ງ ​ໄດ້​ຈັດ​ພິທີ ບາສີສູ່ຂວັນ ​ເພື່ອສະ​ເຫລີ​ມສະຫລອງ ບຸນ​ປີໃໝ່ລາວ ພສ 2560 ຂື້ນຢ່າງ​ຄຶກຄື້ນມວ່ນຊື່ນ ​ໂດຍ​ມີ​ທ່ານ ນາງ ວັນ​ດີ ບຸດ​ທະສະ​ວົງ ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ ສປ ຈີນ, ພອ້ມດວ້ຍ ບັນດາພະນັກງານ​ແລະ ນັກ​ສຶກສາເຂົ້າຮວ່ມ 300 ກວ່າຄົນ.


 ໃນໂອກາດ ອັນເປັນສິລິມຸງຄຸນນີ້, ທ່ານ ນາງ ວັນ​ດີ ບຸດ​ທະສະ​ວົງ ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ ສປ ຈີນໄດ້ກ່າວຄຳ ພອນໄຊອັນປະເສີດ ມາຍັງການ​ນຳ​ພັກ​ລັດ, ພະນັກງານ, ທະຫານ, ຕໍາຫລວດ,ນັກວິຊາການ ພອ້ມດວ້ຍນັກ​ສຶກສາ ​ແລະ ນັກຮຽນຮູ້ປັນຍາ​ຊົນ​ທຸກ​ຄົນ ທີ່ກຳລັງປະຕິບັດໜ້າທີ່ວຽກງານຂອງ​ຕົນ ຈົ່ງມີສຸຂະພາບ​ເຂັ້ມ​ແຂງ ແລະ ອາຍຸໝັ້ນຂວັນ​ຍືນ, ຈົ່ງປະສົບແຕ່ຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານ ຍາດໄດ້ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ,ເພື່ອພອ້ມກັນສືບຕໍ່ປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.


ຫລັງ​ຈາກ​ນັ້ນ,​ກໍ່ໄດ້​ບາສີສູ່ຂວັນ​ອວຍພອນ​ເຊິ່ງກັນ​​ແລະ​ກັນ,ສະ​ແດງ​ ສິລະ​ປະ-ວັດ ທະນະທຳ, ຂັບ​ລຳ,ຮອ້ງ​ເພັງ, ອ່ານ​ກາບກອນ​ອວຍພອນ​ປີ​ໃໝ່ ​ພອ້ມທັງຈັບ​ສະຫລາກ​ມອບ​ລາງ​ວັນໃຫ້​ຜູ້​ໂຊກ​ດີ, ​ເຊິ່ງໄດ້ສ້າງຄວາມເບີກບານມວ່ນຊື່ນ ແລະມີຄວາມໝາຍຄວາມສຳຄັນທີ່ສຸດ. 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ