ຈີນ​ຈະ​ຍິງສົ່ງຍານ​ອະວະກາດ​ຂົນ​ສົ່ງ "ທ່ຽນ​ໂຈ່ 1" ​ໃນ​ໄວໆ​ນີ້
2017-04-17 16:49:36  cri 

ຈີນ​ຈະ​ຍິງ​ສົ່ງ​ຍານ​ອະວະກາດ​ຂົນ​ສົ່ງ "ທ່ຽນ​ໂຈ່ 1" ລະຫວ່າງ​ວັນ​ທີ 20-24 ​ເມສາ​ນີ້ ຂະນະ​ທີ່​ປັດຈຸບັນ, ລະບົບ​ຕ່າງໆ​ກໍ​ໄດ້​ກະກຽມ​ວຽກ​ງານ​ທຸກ​ປະການ​ແລ້ວ​ທີ່​ຈະ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ.

"ທ່ຽນ​ໂຈ່ 1" ​ແມ່ນຍານອະວະກາດ​ຂົນ​ສົ່ງ​ລຳ​ທຳ​ອິດ​ທີ່​ຈີນ​ຄົ້ນຄວ້າ​ແລະ​ຜະລິດ​ເອງ ​​​ໂດຍຈະ​ ເຊື່ອມ​ຕໍ່​ກັບ​ຫ້ອງ​ທົດ​ລອງ​ອະວະກາດ "ທ່ຽນ​ກົ່ງ 2" ​ແລະຕື່ມ​ວັດຖຸ​ເຊື້ອ​ໄຟຢູ່​ວົງ​ໂຄຈອນ ​ເພື່ອບຸກທະລຸ​ແລະ​ນຳ​ໃຊ້​ເຕັກນິກ​ສຳຄັນ ​ເປັນຕົ້ນ ຕື່ມ​ວັດຖຸ​ເຊື້ອ​ໄຟ​ໃຫ້​ຍານ​ອະວະກາດ​ໃນ​ວົງ​ໂຄຈອນ. ນອກ​ນີ້, ຍານ "ທ່ຽນ​ໂຈ່ 1" ຍັງຈະທົດ​ລອງ​ວິ​ທະຍາ​ສາດ-​ເຕັກ​ໂນ​ໂລຢີອະວະກາດ​ຢູ່​ຕາມ​ວົງ​ໂຄຈອນ​ອີກ​ດ້ວຍ. ປັດຈຸບັນ, ຍານ "ທ່ຽນ​ໂຈ່ 1" ​ໄດ້​ຂົນ​ສົ່ງ​ໄປ​ເຖິງສະໜາມ​ຍິງ​ສົ່ງແລ້ວ, ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄດ້​ເຂົ້າສູ່​ໄລຍະ​ປະຕິບັດ​ໜ້າ​ທີ່​ຍິງ​ສົ່ງ​ຢ່າງ​ເປັນ​ທາງ​ການ.

ປັດຈຸບັນ, ລະບົບ​ຕ່າງໆ ​ເປັນຕົ້ນ ລະບົບ​ການ​ໃຊ້​ປະຍຸກອະວະກາດ, ລະບົບ​ສະໜາມ​ຍິງ​ສົ່ງ​ໄຫຫຼຳ, ລະບົບ​ຕິດຕາມ​ແລະ​ສື່ສານ, ລະບົບ​ສະຖານີ​ອະວະກາດ ​ແລະ​ອື່ນໆ ​ໄດ້​ກະກຽມ​ວຽກງານ​ທຸກ​ປະການ​ຮຽບຮ້ອຍແລ້ວ​ເພື່ອ​ປະຕິບັດ​ໜ້າ​ທີ່​ຍິງ​ສົ່ງດັ່ງກ່າວ.​

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ