ສິລະປິນ​ມາ​ເລ​ເຊຍ​ເຊື້ອສາຍ​ຈີນ 11 ທ່ານ​ຈັດການ​ວາງ​ສະ​ແດງ​ຮູບ​ແຕ້ມ​ຢູ່​ຊຽງ​ໄຮ
2017-04-17 15:08:57  cri 
ຕາມ​ຂ່າວສານ​ຈີນ: ກິດຈະກຳສິ​ລະ​ປິນ​ມາ​ເລ​ເຊຍ​ຮ່ວມ​ກັນວາງສະ​ແດງ​ຮູບ​ແຕ້ມ​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ສິນລະປິນ​​ໂຕ​ຢຸນຊ່ວນນະຄອນ​ຊຽງ​ໄຮປະ​ເທດ​ຈີນ​ໃນ​ວັນ​ທີ 16 ​ເມສາ​ນີ້, ສິລະປິນ​ມາ​ເລ​ເຊຍ​ເຊື້​ອສາຍ​ຈີນ 11 ທ່ານ​ເປັນ​ຕົ້ນ​ທ່ານ​ຈົ່ງ​ເຈິ້ງ​ຊານ ​ແລະ​ທ່ານ​ຢຽນຊູ້​ຮວາ​​ໄດ້​ວາງສະ​ແດງ​ຮູບ​ແຕ້ມ​ລວມ 56 ​ແຜ່ນ.

ທ່ານ​ຈົ່ງ​ເຈິ້ງ​ຊານ​ກ່າວ​ວ່າແຕ່​ກ່ອນ​ປະຊາຊົນ​ແຜ່ນດິນ​ໃຫຍ່​ຈີນ​​ໄປ​ທຳ​ມາ​ຫາ​ກິນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້; ມື້​ນີ້​ສິລະປິນ​ຈາກ​ພາກ​ພື້ນ​ນີ້​ມາ​ຈັດງານ​ວາງສະ​ແດງ​ຢູ່​ຈີນ​ເຊິ່ງ​ຖືອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ຫົວ​ຂໍ້ ​ເພື່ອ​ແບ່ງປັນ​ຜົນງານກ່ຽວກັບ​​ສີສັນ​ຂອງພາກ​ພື້ນ​ນີ້​ກັບ​ຈິດຕະກອນ​ແລະ​​ແຟນສິນລະປິນ​ຊາວຈີນ.

ການວາງສະ​ແດງ​ຮູບ​ແຕ້ມ​ຄັ້ງ​ນີ້ ​ຖື​ຮູບ​ແຕ້ມດ້ວຍ​​ນ້ຳໝຶກ​ເປັນ​ຕົ້ນຕໍ​ ແລະ​ໄດ້​ສອດ​ແຊກ​ສີສັນ​ວັດທະນະທຳ​ຫຼາຍ​ເຄົ້າ​ທີ່​ສະ​ແດງໃຫ້​ເຫັນ​ສີສັນ​ຂອງອາຊີ​ຕາ​ເວັນ​ອອກສຽງ​ໃຕ້​,​ການວາງສະ​ແດງ​ຄັ້ງ​ນີ້​ຈະ​ອັດ​ລົງ​ໃນ​ວັນ​ທີ 20 ​ເມສາ​ນີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ