ທີ​ມຈີນ​​ໄດ້​ເປັນ​ແຊັມຕີ​ຄູູ່ປະສົມຍິງ​ຊາຍ​ໃນ​ການ​ແຂ່ງຂັນ​ໂອ​ເພັນ​ຕີ​ດອກ​ປີກ​ໄກ່​ປະ​ເທດ​ສິງ​ກະ​ໂປ
2017-04-17 15:16:44  cri 
ຕາມ​ຂ່າວສານ​ຊິນ​ຮວາ:ການ​ແຂ່ງຂັນ​ໂອ​ເພັນ​ຕີ​ດອກ​ປີກ​ໄກ່​ປະ​ເທດ​ສິງ​ກະ​ໂປ​ຄັ້ງ​ທີ 28​ ​ໄດ້​ອັດ​ລົງ​ໃນ​ວັນ​ທີ 16 ​ເມສາ​ນີ້,ທີ​ມຈີນ​ຊິງ​ໄດ້​ແຊັ້ມຕີ​ຄູ່​ປະສົມຍິງ​ຊາຍ​.

ທ້າວ​ລູຄາຍ ​ແລະ​ນາງ​ຫວງ​ຢາ​ສົງ​ຂອງ​ທີ​ມຈີນ​ຊິງ​ໄດ້​ແຊັມຕີ​ຄູ່ປະສົມ​ຍິງ​ຊາຍ,ທ້າວ​ລີ​ຈຸ້ນຮຸ້ຍ ​ແລະ​ທ້າວ​ລິວ​ຢູ​ເສີນ​ຊິງ​ໄດ້​ຮອງ​ຊະນະ​ເລີດ​ໃນ​ການ​ຕີ​ຄູ່​ຊາຍ.ນາງ​ໄຕ້​ຈື່​ຢິງຂອງ​ທີ​ມ​ໄຕ​ເປ​ຈີນ​ຊິງ​ໄດ້​ຫຼຽນຄຳ​ໃນ​ການ​ແຂ່ງຂັນຕີ​ດ່ຽວ​ເພດ​ຍິງ;ສ່ວນ​ແຊັມຕີ​ຄູ່​ເພດ​ຊາຍ​ແລະ​ຕີ​ຄູ່​ເພດ​ຍິງ​ແມ່ນ​ທີ​ມ​ແດນ​ມາກ​ຍາດ​​ໄດ້​ຊະນະ ແລະ​ແຊ້ມຕີ​ດ່ຽວ​ເພດ​ຊາຍ​ເປັນ​ຂອງ​ທ້າວ​ປຣານອຍ​ປະ​ເທດ​ອິນ​ເດຍ.

​ໃນ​ການ​ຕີ​ຄູ່ປະສົມ​ຍິງ​ຊາຍ,ທ້າວ​ລູຄາຍ​ ແລະ​ນາງ​ຫວງ​ຢາ​ສົງ​ໄດ້​ເອົາ​ຊະນະ​ທ້າວ​ເດ​ຈະ​ພົນ​ແລະ​ນາງ​​ເຕຣັດຕະນະ​ໄຊ​,ຍາດ​ເອົາ​ຕຳ​ແໜ່​ງ​ແຊັມ​ມາ​ຄອງໃນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ