ທ່ານນາງປັກກຸນເຮຖືກກ່າວຫາ 18 ຂໍ້
2017-04-18 10:28:14  cri 
ວັນທີ 17 ເມສານີ້, ອົງການໄອຍະການສ ເກົາຫຼີ​ໄດ້​ສົ່ງ​ສຳນວນ​ສັ່ງ​ຟ້ອງທ່ານນາງປັກກຸນເຮ ອະດີດປະທານາທິບໍດີ​ເຖິງ 18 ຂໍ້ຫາເປັນຕົ້ນ ຮັບສິນບົນ,ໃຊ້ສິດຕຳແໜ່ງຢ່າງຜິດກົດໝາຍ, ບັງຄັບ​ໃຫ້​ວິ​ສາ​ຫະກິດ​ສະໜັບສະໜູນທຶນ​ແລະ​ອື່ນໆ. ຈາກ​ນີ້, ຈິ່ງ​ເຮັດ​ໃຫ້ນາງ​ປັກ​ກຸນ​ເຮ​ ​ກາຍ​ເປັນ​ອະດີດ​ປະທານາທິບໍດີ​ຜູ້​ທີ 3 ທີ່​ຖືກ​ໄຕ່​ສວນ​ດ້ວຍ​ການຖືກ​ສົງ​ໄສ​ສໍ້​ລາດ​ບັງ​ຫຼວງ​​ໃນ​ປະຫວັດສາດຂອງ​ປະ​ເທດ​ດັ່ງກ່າວ.

ກ່ອນ​ໜ້າ​ນີ້​ຄື ວັນ​ທີ 14 ​ເມສາ​ນີ້, ອົງການ​ໄອ​ຍະ​ການ​ຍັງ​​ໄດ້​ສັ່ງ​ຟ້ອງ​ທ່ານ​ຊິນ​ດົງ​ບິນ ປະທານ​ກຸ່ມ​ບໍລິສັດ​ລອດ​ເຕ(Lotte)​ໃນ​ຂໍ້​ຫາ​ຖືກ​ສົງ​ໄສ​ໃຫ້​ສິນ​ບົນ​ໂດຍ​ອ້າງ​ວ່າ ທ່ານ​ຊິນ​ດົງ​ບິນ​ຖືກ​ສົງ​ໄສ​ອອກທຶນ 7 ຕື້​ວອນ​ໃຫ້​ກຸ່ມ​ການ​ເງິນ​ທີ່​ກ່ຽວຂ້ອງ​​ເພື່ອ​ແລກກັບ​ການ​ໄດ້ສິດທິ​ພິ​ເສດ​ຈາກ​ນາງປັກ​ກຸນ​ເຮ​ໃນການ​ດຳ​ເນີນ​ທຸລະ​ກິດ​ຮ້ານ​ປອດ​ພາສີ. ນອກ​ນີ້, ​ເນື່ອງ​ຈາກ​ກຸ່ມບໍລິສັດSKບໍ່​ໄດ້​ມອບ​ຫຼື​ໃຫ້​ສັນຍາ​ຈະ​ມອບເງິນ​​ໃຫ້​ກຸ່ມ​ການ​ເງິນ​ທີ່​ກ່ຽວຂ້ອງ, ທ່ານ​ຊຸຍ​​ເທວົນ ປະທານ​ກຸ່ມ​ບໍລິສັດດັ່ງກ່າວ ຈິ່ງ​ບໍ່​ຖືກ​ສັ່ງ​ຟ້ອງ.

ສື່​ມວນ​ຊົນ​ສ ​ເກົາຫຼີ​ຄາດ​ຄະ​ເນ​ວ່າ: ຄະດີ​ອາຍາ​ທີ່ກ່ຽວຂ້ອງ​ກັບ​ນາງ​ປັກ​ກຸນ​ເຮອາດ​ຈະ​​ເລີ່​ມຫຼັງ​ວັນ​ທີ 9 ພຶດສະພາ​ຄື​ວັນ​ເລືອກ​ຕັ້ງ​ປະທານາທິບໍດີ​ສ ​ເກົາຫຼີ ​ເພື່ອບໍ່​ໃຫ້​ສົ່ງ​ຜົນ​ກະທົບຕໍ່ການ​ເລືອກ​ຕັ້ງ. ຂະນະ​ດຽວ​ກັນ​ກໍຄາດ​ຄະ​ເນ​ວ່າ, ຫາກ​ຂໍ້​ກ່າວ​ຫາ​ຕ່າງໆ​​ເຊັ່ນ​ການ​ຮັບ​ສິນ​ບົນ​ມີ​ຫຼັກ​ຖານ​ແໜ້ນ, ນາງ​ປັກ​ກຸນ​ເຮ​ອາດ​ຈະ​ຖືກ​ຕັດສິນ​ລົງ​ໂທດ​ໂດຍການ​ຕັດ​ອິດ​ສະຫຼະພາບ 10 ປີ​ຫຼື​ຫຼາຍ​ກວ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ