ຕວກກີ​​ແກ່ຍາວ​ປະກາດ​ພາວະ​ສຸກ​ເສີນ​ໄປ​ອີກ 3 ​ເດືອນ
2017-04-18 15:51:08  cri 
ທ່ານ​ນູມານ ​ເຄີ​ຕູນ​ມູສ ຮອງນາຍົກລັດຖະມົນຕີຕວກກີຖະ​ແຫຼ​ງ​ໃນ​ຄື​ນວັນ​ທີ 17 ​ເມສາ​ນີ້​ວ່າ: ຄະນະ​ລັດຖະບານ​ໄດ້​ຕັດສິນ​ຈະ​​ແກ່ຍາວ​ເວລາ​ປະກາດ​ພາວະ​ສຸກ​ເສີນ​ທີ່​ປະຕິບັດ​ໃນ​ປັດຈຸບັນ​ໄປ​ອີກ 3 ​ເດືອນ​ໂດຍ​ຈະ​ເລີ່​ມ​ແຕ່​ວັນ​ທີ 19 ​ເມ​ສາ​ນີ້​ເປັນ​ຕົ້ນ​ໄປ.

ທ່ານ​ເຄີ​ຕູນມູ​ສ​​ໄດ້​ປະກາດ​ຂໍ້​ຕົກລົງ​ດັ່ງກ່າວ​ຫຼັງ​ກອງ​ປະຊຸມ​ຄະນະ​ລັດຖະບານ​ໂດຍ​ໃນຕອນ​ເຊົ້າ​ວັນ​ທີ 17 ​ເມສາ​ນີ້, ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຕວກກີ​ໄດ້​ຮັບຮອງ​ເອົາຂໍ້​ສະ​ເໜີ​ວ່າ​ດ້ວຍ​ການ​ແກ່ຍາວ​ປະກາດ​ພາວະ​ສຸກ​ເສີນ ທັງ​ຍື່ນ​ໃຫ້​ຄະນະ​ລັດຖະບານ​ພິຈາລະນາ​ແລະ​ຕົກລົງ ​ເຊິ່ງການ​ຕົກລົງ​ເທື່ອນີ້ນັບ​ວ່າ​ເປັນ​ເທື່ອ​ທີ 3​ແລ້ວ​ສຳລັບ​ການ​ແກ່ຍາວ​ການ​ປະກາດ​ພາວະ​ສຸກ​ເສີນ.

ທັງ​ນີ້​ເມື່ອ​ກາງຄືນ​ວັນ​ທີ 15 ຫາ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 16 ກໍລະກົດ​ປີຜ່ານມາ,​ໄດ້​ເກີດ​ການລັດຖະປະຫານຢູ່​ຕວກກີແຕ່​ບໍ່​ສຳ​ເລັດ, ຈາກ​ນີ້, ທ່ານ​​ແອ​ໂດ​ກັນ ປະທາ​ນາ​ທິບໍດີ​ຕວກກີ​ໄດ້​ປະກາດ​ໃນ​ວັນ​ທີ 20 ກໍລະກົດ​​ໂດຍລັດຖະບານ​​ໄດ້ຕົກລົງ​ປະກາດ​ພາວະສຸກ​ເສີນ​ເປັນ​ເວລາ 3 ​ເດືອນ ​ແລະ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ​ຫຼັງ​​ສະພາ​ແຫ່ງ​ຊາດ​ປະ​ເທດ​ດັ່ງກ່າວຮັບຮອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ