ສາຍ​ນ້ຳ​ສາຍ​ໃຈ
2017-04-18 16:52:43  cri 

ເວລາ 36 ປີ ຫຼື 13.140 ກວ່າ​ມື້ສຳລັບ​ຫຼາຍ​ຄົນ​ແລ້ວຖື​ວ່າ​ເປັນ​ເວລາ​ທີ່​ສາມາດ​ເຮັດ ​ຫຼາຍ​​ເລື່ອງສຳ​ເລັດ, ​ແຕ່​ ​ຢູ່​ບ້ານ​ຖວນ​ເຈ​ຕາ​ແສງເຜົ່າ​ມູ​ລາວຜິ​ງ​ເຈີ້​ງ​ເຂດ​ໂປ່​ໂຈ່​ວ​ເມືອງ​ຈຸ່ນ​ຢີ້ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ມີ​ຄົນ​ໜຶ່ງ​ຊື່ ຫວງ​ຕ້າ​ຟ່າ ພັດ​ເຮັດ​ແຕ່​ເລື່ອງ​ດຽວ​ເທົ່າ​ນັ້ນຄື​ພາຍ​ໃນ​ເວລາ 36 ປີ​ໄດ້​ກໍ່ສ້າງ​ຄອງ​ນ້ຳທີ່​ຍາວ 10.000 ​ແມັດ​ຢູ່​ເທິງ​ຜາ​ຊັນສູງ 300 ​ແມັດ.

​ກ່ອນ​ໜ້າ​ນີ້ 50 ກວ່າປີ, ຄວາມທຸກ​ຍາກ​ເປັນ​ບັນຫາ​ທີ່​ຊາວບ້ານ​ຖວນ​ເຈ​ທຸກ​ຄົນ​ຕ້ອງ​ຜະ​ເຊີນ​ສະ​ເໝີ ​ແລະ​ສາ​ເຫດ​ທີ່​ເຮັດ​ໃຫ້​ຊາວບ້ານ​ນີ້​ບໍ່​ສາມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາ​ກໃນຫຼາຍ​ປີຜ່ານມາ​ເຊິ່ງນອກຈາກ​ເປັນ​ເຂດ​ພູດ​ອຍ,ດິນ​ປູ​ກຝັງ​ໜ້ອຍ, ​ເງື່ອນ​ໄຂ​ທຳ​ມະ​ຊາດ​ບໍ່​ອຳ​ນວຍແລ້ວ, ປັດ​ໄຈສຳຄັນ​ທີ່​ສຸດ​ຄື​ບໍ່​ມີ​ນ້ຳ ​ເໝືອນ​ດັ່ງ​ການ​ບອກ​ເລົ່າ​ຂອງທ່ານ​ຫວງ​ປິ່ນ​​ໄຂ ຊາວບ້ານ​ດັ່ງກ່າວ​ຕໍ່​ນັກ​ຂ່າວ​ວ່າ: ຊາວບ້ານຜິດ​ຖຽງ​ແລະ​ເຖິງ​ຂັ້ນ​ລົງມື​ຕີ​ກັນ​ເພື່ອ​ຍາດ​ນ້ຳ​ເຊິ່ງເປັນ​ເລື່ອງ​ເກີດ​ຂຶ້ນມາ​ໂດຍ​ຕະຫຼອດ.


​ແນວ​ໃດ​ກໍ​ດີ,​ເມື່ອປີ 1959, ມີຊາຍ​ໜຸ່ມຜູ້​ໜຶ່ງຊື່ ຫວງ​ຕ້າ​ຟ່າ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ແລະ​ກໍ​ໃນປີ​ດຽວ​ກັນ, ພໍ່​ແມ່​ປະຊາຊົນ​ໄດ້​ຄັດ​ເລືອກ​ລາວ​ເປັນ​ພະນັກງານ​ບ້ານ, ຫຼັງ​ໄດ້​ຮັບ​ໜ້າ​ທີ່,ສິ່ງ​ທີ່​ລາວ​ຄິດ​ທຳ​ອິດ​ກໍ​ຄືການ​ສ້າງ​ຄອງ​ສົ່ງ​ນ້ຳ​ເຂົ້າ​ບ້ານ. ຄວາມ​ຈິງ​ແລ້ວ, ທ້າວ​ຫວງ​ຕ້າ​ຟ່າບໍ່​ແມ່ນ​ຄົນ​ທ້ອງ​ຖິ່ນ​ຜູ້​ທຳ​ອິດ​ທີ່ຕ້ອງການ​ໄດ້ນ້ຳ​ເຂົ້າ​ບ້ານ, ​ແຕ່​ເປັນ​ຜູ້​ທຳ​ອິດ​ທີ່​ນຳພາ​ຊາວບ້ານ ​ກໍ່ສ້າງ​ຄອງ​ນ້ຳ​ຢ່າງ​ຈິງ​ຈັງ​ແລະ​ອີກ​ໜຶ່ງ ຄວາມ​ຈິງ​ກໍ​ຄື​ແຫຼ່ງນ້ຳ​ຫ່າງ​ຈາກ​ບ້ານ​ຖວນ​ເຈ​ບໍ່​​ໄກປານ​ໃດ, ​ແຕ່​ຖ້າ​ຢາກ​ໄດ້ນ້ຳ​ເຂົ້າ​ບ້ານ​ຈຳ​ເປັນ​ຕ້ອງ​ໄດ້​ສ້າງ​ຄອງ​ນ້ຳ ​ຜ່ານ​ພູ​ໃຫຍ່ 3 ໜ່ວຍ​ແລະຜາ​ຊັນ 3 ​ແຫ່ງ​ທີ່​ສູງ 300 ​ແມັດ​​ແລະ​ຍາວ 400 ​ແມັດ. ທັງ​ນີ້​ນັບ​ວ່າ​ເປັນ​ເວລາຫຼາຍ​ຮ້ອຍ​ປີ​ມາ​ແລ້ວທີ່ຊາວບ້ານ​ໄດ້​ແຕ່​ເບິ່ງ​​ຜາ​ດ້ວຍ​ຄວາມ​ໝົດ​ຫວັງໂດຍ​​ເຮັດ​ຫຍັງ​ບໍ່​ໄດ້ ຈິ່ງ​ດຳ​ລົງຊີວິດ​ດ້ວຍ​ຄວາມທຸກ​ຍາກ​ລຳບາກ​ອາ​ໄສ​ແຕ່​ດິນ​ຟ້າ​ອາກາດອຳນວຍຈິ່ງ​ພໍ​ຢູ່​ພໍ​ໄດ້​ທຳ​ມາ​ຫາ​ກິນ​ແລະ​ຊີວິດ​ກໍ​ດີ​ຂຶ້ນ​ແດ່.

ເຖິງ​ວ່າ​ຫວງ​ຕ້າ​ຟ່າ​ມີຄວາມ​ພະຍາຍາມ​ກໍ່ສ້າງ​ຄອງ​ກໍ​ຈິງ​ແຕ່​ເນື່ອງ​ຈາກ​ບໍ່​ມີ​ເຕັກນິກ​ວິຊາ​ການ​ດ້ານ​ນີ້ຈິ່ງ​ບໍ່​ປະສົບ​ຜົນສຳ​ເລັດ, ​​ແຕ່ເຖິງ​ປານນັ້ນ​ກໍ​ຕາ​ມ, ຄວາມ​​ໃຝ່ຝັນ​ທີ່ຈະ​ສ້າງ​ຄອງ​​ເພື່ອເອົາ​ນ້ຳ​ເຂົ້າ​ບ້ານ​ໄດ້​ຝັງ​ເລິກ​ໃນ​ໃຈ​​ແລະ​ສະໝອງຂອງ​ລາວ​ມາ​ໂດຍ​ຕະຫຼອດ. ຕອນອາຍຸ 53 ປີ, ທ່ານ​ຫວງ​ຕ້າ​ຟ່າ​ໄດ້ຖືກ​ຍົກຍ້າຍ​ໄປ​ເຮັດ​ວຽກ​ຢູ່​ເຂື່ອນ​ໄຟຟ້າ 3 ປີ,ລາວ​ຖື​ໂອກາດ​ທັງ​ເຮັດ​ວຽກ​ແລະຄົ້ນຄວ້າ​ຮ່ຳຮຽນ​​ເພື່ອ​​ເກັບ​ກ່ຽວ​ຄວາມ​ຮູ້​​ໃນ​ການສ້າງ​ຄອງ​​ໄດ້​ຢ່າງ​ຫຼວງ​ຫຼາຍ. ທ່ານ​ຫວງ​ຕ້າ​ຟ່າ​ໄດ້​ກັບ​ຄືນ​ສູ່​ບ້ານ​ຖວນ​ເຈກໍ​ຕອນ​ອາຍຸ 56 ປີ​ແລະ​ໃນ​ຖານະ​ເປັນຜູ້​ຮັບຜິດຊອບ​ບ້ານ, ທ່ານ​ຫວັງນຳພາ​ຊາວບ້ານກໍ່ສ້າງ​ຄອງອີກ​ເປັນ​ເທື່ອ​ທີ​ສອງ. ຈາກ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະມາ​ເປັນ​ເວລາ 3 ປີ, ຊາວບ້ານ​ກໍ​ປະສົບ​ຜົນສຳ​ເລັດ​ໃນ​ການສ້າງ​ຄອງ​ນ້ຳ​​ເຊິ່ງກໍ​ໝາຍ​ຄວາມ​ວ່າ​ນ້ຳ​ໄດ້​ເຂົ້າ​​ເຖິງ​ບ້ານ​​ແລ້ວ.

ຫຼັງມີ​ນ້ຳ​ແລ້ວ, ບ້ານ​ຖວນ​ເຈ​ກໍ​ເກີດ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງໂດຍ​ເຫັນ​ໄດ້​ຈາກດິນ​ໄຮ່​ໄດ້​ກາຍ​ເປັນ​ນາປູກ​ເຂົ້າ. ຊາວບ້ານບໍ່​ໄດ້​ຄິດ​ນຳ​ເລື່ອງ​ກິນ​ເຂົ້າ​ແລະ​ການ​ຫາ​ເມຍ​ອີກແລ້ວ. ບໍ່​ພຽງ​ເທົ່າ​ນັ້ນ, ຍັງ​ໄດ້​ປູກ​ຝັງ,ລ້ຽງສັດ​ແລະ​ອື່ນໆ​ອັນ​ສາມາດເຮັດ​ໃຫ້​ຄອບຄົວ​ຮັ່ງມີ​ຂຶ້ນ. ​ເດັກນ້ອຍ​ໃນ​ບ້ານ​ກໍ​​ໄດ້ຮ່ຳຮຽນຢ່າງ​ທົ່ວ​ເຖິງ​ແລະ​ໃນບ້ານ​ທີ່​ມີ​ພຽງ 100 ກວ່າ​ຄອບຄົວ​ນັ້ນມີ​ນັກ​ສຶກສາ 30 ກວ່າ​ຄົນ. ຊີວິດ​ການ​ເປັນ​ຢູ່​ຂອງຊາວບ້ານນັບມື້ດີ​ຂຶ້ນແລະ​ຈາກ​ນີ້ເຂົາ​ເຈົ້າ​ຈິ່ງ​ເອີ້ນ​ຄອງ​ນ້ຳ​ນີ້​ທີ່​ປ່ຽນ​ແປງ​ຊະຕາກຳ​ຂອງ​ຕົນ​ນັ້ນ​ວ່າ ຄອງ​ຕ້າ​ຟ່າ.

ປັດຈຸບັນ, ຫວງຕ້າຟ່າອາຍຸ 81 ປີ​​ແລ້ວ ​ແລະ​ເຖິງ​ຈະ​ຊະລາ​ແຕ່​ເພິ່ນ​ກໍ​ໄດ້​ໄປ​ເບິ່ງ​ຄອງ​ນ້ຳ​ບາງ​ຄັ້ງ​ບາງ​ຄາວ, ສ່ວນ​ຢູ່​ດ້ານ​ຫຼັງ​ຂອງ​ທ່ານ​ຄືນາ​ຂັ້ນ​ໄດ​ທີ່​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ​ແລະຂຽວງາມ​ດີ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ