ຈີນ​ຈະ​ສະຫຼອງ "ວັນການບິນ​ອະວະກາດ​ຈີນ" ປີ 2017 ​ຢູ່​​ເມືອງ​ຊີ່​ອ່ານ​ແຂວງ​ສານ​ຊີ່​
2017-04-18 11:19:11  cri 
​ແຕ່​ປີ 2016 ​ເປັນ​ຕົ້ນ​ມາ, ລັດຖະບານ​ໄດ້​ກຳນົດ​ເອົາວັນ​ທີ 24 ​ເມສາ​ຂອງ​ແຕ່ລະ​ປີ​​ເປັນ "ວັນ​ການບິນອະວະກາດ​ຈີນ".​​ແລະ​ໃນປີ​ນີ້​ໄດ້ຖື "ການບິນ​ອະວະກາດ​ສ້າງຊີວິດ​ການ​ເປັນ​ຢູ່ທີ່​ສວຍ​ສົດ​ງົດ​ງາມ"​ເປັນ​ຫົວ​ຂໍ້ ແລ​ະຈະ​ຈັດ​ກິດຈະກຳ​ຫຼັກ​ຢູ່​ເມືອງ​ຊີ່​ອ່ານ​ທີ່​ເປັນ​ເມືອງ​​ເກົ່າ​ແກ່​ຂອງ​​ຈີນ​ໃນ​ທ້າຍ​ເດືອນ​ເມສາ​ນີ້.

ທ່ານ ທຽນ​ຢູ້ຫຼົງ ຫົວໜ້າ​ວິສະວະກອນ​ກົມ​ວິທະຍາສາດ​ວິສະວະກຳ​ປ້ອງ​ກັນ​ປະ​ເທດ, ​ເລຂາທິການ​ໃຫຍ່​ກົມ​ການບິນອະວະກາດ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ການຈັດ"ວັນການບິນອະວະກາດ​ຈີນ" ​ໃນ​ປີ​ນີ້​ກໍ​ເພື່ອ​ສຸມ​ໃສ່ນຳ​ໃຊ້​ອະວະກາດ ​ແລະເສີມ​ຂະຫຍາ​ຍບົດບາດ​ຂອງການບິນ​ອະວະກາດ​ໃນ​ການ​ອຳນວຍ​ຄວາມ​ສະດວກ​​ໃນ​ການ​ສ້າງ​ເສດຖະກິດ​ແຫ່ງຊາດ​ແລະ​ການ​ພັດທະນາ​ສັງຄົມ​ຈີນ, ຊຸກຍູ້​ໃຫ້​ວຽກ​ງານການບິນ​ອະວະກາດ​ກ້າວ​ມາ​ສູ່​ສະໜາມ​ຮົບ​ຂອງ​ການ​ສ້າງ​ເສດຖະກິດ​ແຫ່ງ​ຊາດ​ຕື່ມ​ອີກ,​ເພື່ອສ້າງ​ຄວາມ​ສົມບູນພູນ​ສຸກ​ໃຫ້​ແກ່​​ປະຊາຊົນ, ນຳ​ເອົາຜົນ​ປະ​ໂຫຍ​ດມາ​ໃຫ້​ແກ່​ປະຊາຊົນ​ແລະ​ສ້າງ​ຊີວິດ​ການ​ເປັນ​ຢູ່​ທີ່ສົດ​ໃສ.

​ໃນ​ໄລຍະ​ກິ​ດຈະ​ກຳ,ຈະ​ຈັດ​ກອງ​ປະຊຸມ​ສະຫະພັນ​ປະດິດ​ສ້າງ​ໃໝ່​ການບິນອະວະກາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ກອງ​ປະຊຸມ​ສະພາ​ມົນຕີ​ສະຫະພັນ​ປະດິດ​ສ້າງ​ໃໝ່​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ການບິນອະວະກາດ​ຄັ້ງ​ທີ 1 ​, ກອງ​ປະຊຸມ​ເວທີ​ປຶກສາ​ຫາລືການ​ປະສົມ​ປະສານ​ລະຫວ່າງການ​ພັດທະນາ​ການ​ທະຫານ​ແລະ​ພົນລະ​ເຮືອນ​​ແລະ​ອື່ນໆ. ນອກ​ນີ້, ຍັງ​ມີ​ກວ່າ 200 ກິດຈະກຳ​ຈະ​ຈັດ​ຂຶ້ນ​​ໃນ​ທົ່ວ​ປະ​ເທດ​ຈີນ​ໃນ​ໄລຍະດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ