ທຳນຽບຂາວ​ອາ​ເມ​ລິ​ກາ​ຢືນຢັນ ຈີນ​ບໍ່​ໄດ້​ຄວບ​ຄຸມ​ອັດຕາ​ແລກປ່ຽນ​ເງິນຕາ
2017-04-18 11:20:53  cri 
ວັນ​ທີ 17 ​ເມສາ​ນີ້, ທ່ານ ​ເຊັນ ສປາຍ​ເຊີ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຢ້ຳວ່າ: ນັບ​ແຕ່​ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ເປັນ​ຕົ້ນ​ມາ, ຈີນ​ບໍ່​ໄດ້​ຄວບ​ຄຸມ​ອັດຕາ​ແລກປ່ຽນ​ເງິນຕາ​ແຕ່​ປະການ​ໃດ.

ຂະນະ​ດຽວ​ກັນ, ທ່ານ​ກໍຊີ້​ໃຫ້​ເຫັນ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ໂດ​ນັນ ທຣຳ ​ໄດ້​ກ່າວ​ທາງ​ຫວິດ​ເຕີຢ່າງ​ຈະ​ແຈ້ງວ່າ: ປັດຈຸບັນ, ການ​ກ່າວ​ຫາ​ວ່າຈີນ​ເປັນ "ປະ​ເທດ​ຄວບ​ຄຸມ​ອັດຕາ​ແລກປ່ຽນ​ເງິນຕາ" ບໍ່​ແມ່ນ​ການ​ກະທຳ​ທີ່​ສຸຂຸມ​ຮອບ​ຄອບ.

ກ່ອນ​ໜ້າ​ນີ້, ທ່ານ ໂດ​ນັນ ທຣຳ ກໍໄດ້ກ່າວຂະນະ​ທີ່​ໃຫ້​ສຳພາດ​ຕໍ່ນັກ​ຂ່າວໜັງສືພິມ​ເດີວອນ​ສະທຣິດລາຍ​ວັນ "The Wall Street Journal" ​ຢ່າງ​ຈະ​ແຈ້ງວ່າ: ຈີນ​ບໍ່​ແມ່ນ "ປະ​ເທດ​ຄວບ​ຄຸມ​ອັດຕາ​ແລກປ່ຽນ​ເງິນຕາ" ​ເຊິ່ງຕົນ​ກໍໄດ້​ປ່ຽນ​​ແປງຫຼັກ​ໝັ້ນຕໍ່ບັນຫາ​ດັ່ງກ່າວ​ຂະນະ​ຫາ​ສຽງເລືອກຕັ້ງປະທານາທິບໍດີ.ຂະນະ​ທີ່ຜົນ​ການ​ຄົ້ນຄວ້າ​ຂອງອົງການ​ກອງ​ທຶນ​ເງິນຕາ​ສາກົນຫຼື IMF, ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ສາກົນ​ປີ​ເຕີ​​ເຊິ​ນ​ຫຼື PIIE ​ແລະ​ອົງການ​ອື່ນໆລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: 2 ປີຜ່ານມາ, ຈີນ​ບໍ່​ໄດ້​ຄວບ​ຄຸມ​ອັດຕາ​ແລ​ກປ່ຽນ​ເງິນຕາ​ແຕ່​ຢ່າງ​ໃດ,ການ​ກ່າວ​ຫາ​ຈີນ​ຕໍ່​ບັນຫາ​ດັ່ງກ່າວ​ຈຶ່ງ​ເປັນ​ການ​ຝືນຄວາມ​ເປັນ​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ